ຄະນະຜູ້ແທນມະຫາວິທະຍາໄລ Westfield, ແຫ່ງ ອາເມລິກາ ຢ້ຽມຢາມຫວຽດ ນາມ
ທ່ານນາງອະດີດຮອງປະທານປະເທດ Nguyen Thi Binh
(ພາບ: ອີນເຕີເນັດ)
(vovworld) - ວັນທີ 11/6, ຢູ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ທ່ານນາງອະດີດຮອງປະທານປະເທດ Nguyen Thi Binh, ປະທານກອງທຶນສັນຕິພາບ ແລະ ພັດທະນາຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລ Westfield ແລະ ສະຖາບັນ Wibraham ແລະ Monson, ແຫ່ງອາເມລິກາ ໂດຍ ສາດສະດາຈານ, ດຣ Thomas N. Gardner, ປະທານຊົ່ວຄາວພະແນກສື່ສານ ມະຫາວິທະຍາໄລ Westfield ນຳໜ້າ ທີ່ພວມຢູ່ຢ້ຽມຢາມຫວຽດນາມ. ນະທີ່ນີ້, ທ່ານນາງ Nguyen Thi Binh ໄດ້ແຈ້ງໃຫ້ບັນດາເພື່ອອາເມລິການຊາບ ກ່ຽວກັບຜົນຮ້າຍຈາກສົງຄາມ ໂດຍອາເມລິກາ ດຳເນີນຢູ່ຫວຽດນາມ, ໃນນັ້ນມີບັນຫາທາດພິດສີສົ້ມ/ ດີໂອຊີນ. ທ່ານາງ Nguyen Thi Binh ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າຂອບອົກຂອບໃຈບັນດາເພື່ອນ ອາເມລິກາ ໄດ້ມາແຫ່ງນີ້ ເພື່ອຊອກຮູ້ກ່ຽວກັບຫວຽດນາມ, ພິເສດ ແມ່ນບັນຫາຫຼັງສົງຄາມ. ຂ້າພະເຈົ້າຄິດວ່າ ພວກເຮົາກໍມີບັນດາບົດຮຽນທີ່ດີ ແລະ ບໍ່ດີໃນອະດີດຕະການ ເພື່ອສ້າງສາຍພົວພັນຫວຽດນາມ - ອາເມລິກາ ໃນອານາຄົດ ຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງປະຊາຊົນ 2 ປະເທດ”
ຕອນບ່າຍວັນດຽວກັນ, ຄະນະຜູ້ແທນ ອາເມລິກາ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ເດັກນ້ອຍຕິດທາດຜິດສີສົ້ມ/ ດີໂອຊີນ ຢູ່ບ້ານມິດຕະພາບຫວຽດນາມ ທີ່ ເວີນແກງ, ຮ່າໂນ້ຍ.