ຄະນະຜູ້ແທນສະຖາບັນ ການເມືອງ, ການປົກຄອງແຫ່ງຊາດ ລາວ ຢ້ຽມຢາມຫວຽດນາມ
ທ່ານ ດິງເທ໋ຮີນ, ກຳມະການກົມການເມືອງ, ເລຂາສູນກາງພັກ
ຕ້ອນຮັບຄະນະຜູ້ແທນສະຖາບັນການເມືອງ, ການປົກຄອງແຫ່ງຊາດລາວ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 18/11, ຢູ່ຮ່າໂນ້ຍ, ທ່ານ ດິງເທ໋ຮີນ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະພາທິດສະດີສູນກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນການເມືອງ, ການປົກຄອງແຫ່ງຊາດລາວ ໂດຍທ່ານສາດສະດາຈານ, ດຣ ກິແກ້ວ ໄຂຄຳພິທູນ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າສະຖາບັນ ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານ ດິງເທ໋ຮີນ ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຫວຽດນາມ, ເຮັດວຽກຂອງຄະນະຜູ້ແທນລາວ ຄັ້ງນີ້ ກໍ່ຄືໝາກຜົນການຮ່ວມມື 2 ຝ່າຍ ແລະ ການສົມທົບກັນຢ່າງມີປະສິດທິຜົນລະຫວ່າງ 2 ສະຖາບັນ ໃນໄລຍະຜ່ານມາ; ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ພັດທະນາການພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ.
ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງສະຖາບັນການເມືອງການປົກຄອງແຫ່ງຊາດໂຮ່ຈິມິນ ໂດຍທ່ານສາດສະດາຈານ, ດຣ ຕ້າຫງອກເຕີນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນ ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງສະຖາບັນການເມືອງການປົກຄອງລາວ, ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ສະຖາບັນໄລຍະ 2014 – 2018.