ຄະນະພັກກຸ່ມອົງການສູນກາງ ຍ້ອງຍໍສັນລະເສີນເລຂາ ຫນ່ວຍພັກດີເດັ່ນ 500 ທ່ານ.

ຄະນະພັກກຸ່ມອົງການສູນກາງ    ຍ້ອງຍໍສັນລະເສີນເລຂາ    ຫນ່ວຍພັກດີເດັ່ນ 500 ທ່ານ. - ảnh 1
ພິທີຍ້ອງຍໍສັນລະເສີນເລຂາຫນ່ວຍພັກ
ພາບ:chinhphu.vn


(vovword)- ຕອນ​ເຊົ້າ​ວັນ​ທີ 10/4 ຢູ່ ຮ່າ​ໂນ້ຍ, ຄະນະພັກ​ກຸຸ່ມອົງການ​ສູນ​ກາງ ​ໄດ້​ຈັດ​ຕັ້ງ​ພິທີ​ຍ້ອງຍໍ​ສັນລະ​ເສີນ​ເລຂາ​ຫນ່ວຍ​ພັກດີ​ເດັ່ນ 500 ທ່ານ ​ເນື່ອງ​ໃນ​ໂອກາດ​ລະນຶກ 64 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ອົງຄະ​ນະ​ພັກ​ອຳນາດ​ການ​ປົກຄອງ, ອົງການ​ຈັດ​ຕັ້ງມະຫາຊົນ ​ແລະ ອົງການ​ພັກ ສູນ​ກາງ (1948 - 2012), 5 ປີ ​ແຫ່ງ​ວັນ​ສ້າງຕັ້ງອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງ (11/4/2007 - 11/4/2012). ​ເລຂາ​ຫນ່ວຍ​ພັກດີ​​ເດັ່ນ 500 ທ່າ​ນ​ທີ່ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ ​ແມ່ນ​ຜູ້​ທີ່​ມີ​ຄຸນສົມບັດ, ວິຖີ​ການ​ດຳລົງ​ຊີວິດ​ປອດ​ໄສ, ຍາມ​​ໃດ​ກໍ​ສຳ​ເລັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເປັນ​ຢ່າງ​ດີ, ​ເປັນ​​ແບບຢ່າງ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບ​ບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມີນ. ກ່ຽວ​ກັບ​ຫນ້າ​ທີ່​ສືບ​ຕໍ່​ສ້າງ​ຫນ່ວຍ​ພັກ​ຢູ່ ບັນດາ​ອົງການ​ສູນ​ກາງ​ໃຫ້​ປອດ​ໄສ, ​ເຂັ້ມ​ແຂງ, ທ່ານ Dao Ngoc Dung ​ເລຂາ​ຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງ​ຊີ້​ແຈງ​ວ່າ:

        “ປະຕິບັດ​ມະຕິ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ, ​ໃນ​ປີ 2012, ບັນດາ​ຄະນະ​ພັກ​ທີ່​ຂຶ້ນ​ກັບ​ຄະນະ​ພັກ​ກຸ່ມ​ອົງການ​ສູນ​ກາງ ຄວນ​ສຸມ​ໃສ່​ເປັນ​ເສນາ​ທິການ​ໃນ​ການ​ສ້າງ ​ແລະ ປະຕິບັດ​ກົດ​ລະບຽບ​ການ​ສົມທົບ​ກັນລະຫວ່າງ​ຄະນະ​ພັກ​ກັບ​ຄະນະ​ຊາວ​ຫນຸ່ມ, ຄະນະ​ກຳມະການ, ການ​ນຳ​ອົງການ, ຫົວຫນ່ວຍ, ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ບັນດາ​ກົດ​ລະບຽບ, ຂໍ້​ກຳນົດ ​ແລະ ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ອົງການ​ພັກ​ຂັ້ນ​ຕ່າງໆ​ນັບ​ແຕ່​ຂັ້ນ​ຫນ່ວຍ​ພັກ​ເພື່ອ​ສຸມ​ໃສ່​ຊີ້​ນຳ​ນຳພາ, ສ້າງ​ອົງການ​ຫົວຫນ່ວຍ​ໃຫ້​ເຂັ້ມ​ແຂງ, ກຳນົດ​ຢ່າງ​ຈະ​ແຈ້ງ​ສາຍ​ພົວພັນ​ຂອງຄະນະ​ບໍລິຫານ​ງານ​ຫນ່ວຍ​ພັກ ແລະ ຫົວຫນ້າ​ອົງການ, ຫົວຫນ່ວຍ, ປະຕິບັດ​ກົນ​ໄກ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ.”

 

ຕອບກັບ

ຂ່າວ/ບົດ​ອື່ນ