ຄະນະພັກສະພາແຫ່ງຊາດລົງຄະແນນສຽງໄວ້ວາງໃຈປີ 2014

ຄະນະພັກສະພາແຫ່ງຊາດລົງຄະແນນສຽງໄວ້ວາງໃຈປີ 2014 - ảnh 1
(ຄະນະພັກສະພາແຫ່ງຊາດລົງຄະແນນສຽງໄວ້ວາງໃຈປີ 2014)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 25/12, ຄະ​ນະພັກສະພາ​ແຫ່ງ​ຊາດ​ລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈປີ 2014 ສຳລັບ 57 ທ່ານ​ພວມ​ດຳລົງ​ຕຳ​ແໜ່​ງຕາມ​ຂໍ້​ກຳນົດ​​ເລກທີ 262 ຂອງ​ກົມ​ການ​ເມືອງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ​ເລຂາຄະນະພັກສະພາ​ແຫ່ງ​ຊາດ​ເປັນ​ປະທານ​ກອງ​ປະຊຸມ.

        ​ໃນ​ຈຳນວນ​ຜູ້​ທີ່​ໄດ້ລົງ​ຄະນະ​ສຽງ​​ໄວ້​ວາງ​ໃຈມີ​ບັນດາ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ການ​ນຳ​ສະພາ​ຊົນ​ເຜົ່າ, ​ບັນດາກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ຄະນະ, ສະ​ຖາ​ບັນ​ສັງ​ກັດ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ. ການລົງ​ຄະແນນ​ສຽງ​​ໄວ້​ວາງ​ໃຈ​ມີ​ຢູ່ 3 ລະດັບ​ແມ່ນ: ມີ​ຄວາມ​​ໄວ້​ວາງ​ໃຈສູງ, ໄວ້​ວາງ​ໃຈ ​ແລະ ລະດັບໄວ້​ວາງ​ໃຈຕໍ່າ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ, ​ເລື່ອງລົງ​ຄະແນນ​ສຽງ​​ໄວ້​ວາງ​ໃຈ ​ແມ່ນ​ເພື່ອ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ວຽກ​ງານ, ຄຸນສົມບັດ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ບັນດາຜູ້​ທີ່​ໄດ້ຮັບ​ການລົງ​ຄະແນນ​ສຽງ​​ໄວ້​ວາງ​ໃຈ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຖື​ວ່າ, ດ້ວຍ​ການ​ກະກຽມ​ຢ່າງ​ເຄັ່ງຂັດ, ລະມັດລະວັງ, ຜູ້​ປ່ອນ​ບັດ​​ມີ​ຈິດ​ໃຈເຫັນ​ແກ່ຜົນ​ປະ​ໂຫຍ​ດ​ສ່ວນ​ລວມນັ້ນ, ໝາກຜົນ​ຂອງ​ການລົງ​ຄະແນນ​ສຽງ​​ໄວ້​ວາງ​ໃຈຈະ​ສະ​ແດງ​ໃຫ້​​ເຫັນ​ຄວາມ​ພາວະ​ວິ​ໄສ ​ແລະ ຊັດ​ເຈນ. ຜູ້ທີ່​ໄດ້ລົງ​ຄະນະ​ສຽງ​​ໄວ້​ວາງ​ໃຈ​​ແຕ່ລະຄົນຈະ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ປະຕິບັດ​ສຳ​ເລັດໜ້າ​ທີ ທີ່ໄດ້​ຮັບ​ມອບ​ໝາຍ​.

ຂ່າວ/ບົດ​ອື່ນ