ຄະນະພົວພັນຕ່າງປະເທດສູນກາງພັກສືບຕໍ່ຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະທດໃຫ້ຄົບຊຸດ,ຮອບດ້ານ

ຄະນະພົວພັນຕ່າງປະເທດສູນກາງພັກສືບຕໍ່ຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະທດໃຫ້ຄົບຊຸດ,ຮອບດ້ານ - ảnh 1
(ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ທິດ​ທາງວຽກ​ງານ​ປີ 2016
ຂອງຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ)

(vovworld) –​ ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ຕ້ອງ​ສືບ​ຕໍ່​ຜັນ​ຂະ​ຫຍ​າຍ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຢ່າງ​ຄົບ​ຊຸດ, ຮອບ​ດ້ານ, ສົມ​​ທົບກັນ​​ຢ່າງ​ແໜ້ນ​ແ​ຟ້ນ​ລ​ະ​ຫວ່າງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ, ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ. ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜ​ູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ທິດ​ທາງວຽກ​ງານ​ປີ 2016 ຂອງຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ. ກອງ​ປ​ະຊຸມ​ດຳ​ເນີນ​ໃນ​ຕອນ​ເຊົ້​າ​ວັນ​ທີ 14/01, ຢູ່​ຮ່າ​ໂນ້ຍ. ທ່ານ​ເລ​ຮົ່ງ​ແອງ ເນັ້ນ​ໜັກ​ວ່າ, ປີ 2016 ແມ່ນ​ປີ​ມີ​ເຫດ​ການ​ໃຫຍ່​​ສຳ​ຄັນຫຼາຍ​ຢ່າງ​ສຳ​ລັບ​ປະ​ເທດ​ຊາດ. ສະ​ນັ້ນ, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສ​ູນ​ກາງ ຕ້ອງ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ນີ້​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ປະ​ສິດ​ທິ​ຜົນ​ກ່ຽວ​ກັບ​​ກິດ​ຈະ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ, ກ່ຽວ​ກັບ​ບົດ​ບ​າດ​ຊີ້​ນຳ​ນຳ​ພາ​ຂອງ​ພັກ. ທ່ານ​ເລ​ຮົ່ງ​ແອງ ສະ​ເໜີ​ວ່າ.

      “ຕ້ອງ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ວຽກ​ງານ​ຄົ້ນ​ຄວ້າ, ​ເສ​ນາ​ທິ​ການ, ຄາດ​ຄະ​ເນ​ຍຸດ​ທະ​ສາດ, ເປັນ​ເຈົ້າ​ການ​ກຳ​ແໜ້ນ​ສະ​ພາບ​ການ, ບໍ່​ປະ​ໃຫ້ຕົກ​ໃນ​ທ່າ​ຮັບ​ດ້ານ​ຂໍ້​ມ​ູນ, ຍົກ​ສ​ູງ​ຄຸນ​ນະ​ພາບ​ບົດ​ລ​າຍ​ງານ, ​ສະ​ເໜີ​ແນ​ະ, ​ຄ​ຳສະ​ເໜີ​​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຊ​ີ້​ນຳ​ນຳ​ພາ​ຂອງ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ໃນ​ຂົງ​ເຂດ​ພົວ​ພັນ​ຕ່າງ​ປະ​ເທດ. ຍົກ​ສູງ​ຄຸນ​ນະ​ພາບ​ປະ​ສິດ​ທິ​ຜົນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ຕັດ​ສິນ​ໃຈ​ຕໍ່​ສູ້​ເຮັດ​ໃຫ​້​ທຸກ​ກົນ​ອຸ​ບາຍ, ການ​ກະ​ທຳ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​​ຖືກ​ປະ​ຊາ​ໄຊ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ”

ຂ່າວ/ບົດ​ອື່ນ