ຄາດວ່າລະດັບເຕີບໂຕບ້ວງສິ້ນເຊື່ອປີ 2015 ຂອງຫວຽດນາມ ບັນລຸ 13 – 15%
(ທ່ານນາງຮອງຜູ້ວ່າການທະນາຄານແຫ່ງລັດ ຫງວຽນທິຮົ່ງ)
(vovworld) – ລະດັບເຕີບໂຕບ້ວງສິນເຊື່ອປີ 2015 ຂອງຫວຽດນາມ ຄາດວ່າບັນລຸ 13 – 15%, ຂໍ້ມູນຂ່າວດັ່ງກ່າວໂດຍທ່ານນາງຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ຫງວຽນທິຮົ່ງ ຍົກອອກມາ ທີ່ການປະຊຸມຂ່າວປະຈຳເດືອນ 12 ຂອງທະນາຄານແຫ່ງລັດຫວຽດນາມ, ເຊິ່ງດຳເນີນໄປໃນຕອນບ່າຍວັນທີ 23/12, ຢູ່ຮ່າໂນ້ຍ, ຜູ້ຕາງໜ້າທະນາຄານແຫ່ງລັດໃຫ້ຮູ້ວ່າ, ໄລ່ຮອດວັນທີ 19/12, ລະດັບເຕີບໂຕບ້ວງສິນເຊື່ອຂອງຫວຽດນາມ ບັນລຸ 11,8%, ໃກ້ກັບຄາດໝາຍກຳນົດທິດທີ່ໄດ້ວາງອອກໃຫ້ປີ 2014 ແມ່ນແຕ່ 12 – 14%, ທຶນລະດົມເພີ່ມຂຶ້ນ 15%; ອັດຕາແລກປ່ຽນ ແລະ ຕະຫຼາດເງິນຕາສາກົນມີຄວາມໝັ້ນຄົງໂດຍພື້ນຖານ… ກ່ຽວກັບທິດທາງບໍລິຫານຂອງທະນາຄານແຫ່ງລັດ ໃນປີ 2015, ທ່ານນາງ ຫງວຽນທິຮົ່ງ ໃຫ້ຮູ້ວ່າ, ບົນພື້ນຖານໃກ້ຊິດກັບຄາດໝາຍຂອງສະພາແຫ່ງຊາດ ແລະ ໝາກຜົນການບໍລິຫານນະໂຍບາຍເງິນຕາໃນປີ 2014, ໃນປີ 2015, ທະນາຄານແຫ່ງລັດ ຈະບໍລິຫານດອກເບ້ຍ ແລະ ອັດຕາແລກປ່ຽນໃຫ້ເໝາະສົມກັບການຜັນແປດ້ານເສດຖະກິດມະຫາພາກ, ເງິນຕາ, ພິເສດແມ່ນການຜັນແປຂອງໄພເງິນເຟີ້, ຮັບປະກັນຄຸນຄ້າສະກຸນເງິນດົງຂອງຫວຽດນາມ. ພ້ອມກັນນັ້ນ ແມ່ນຍູ້ແຮງລະດັບການແກ້ໄຂໜີ້ເສຍ ຕິດພັນກັບການສ້າງໂຄງປະກອບບັນດາອົງການສິນເຊື່ອ, ຮັບປະກັນປະຕິບັດວິວັດການປະຕິບັດຂອງແຜນຮ່າງສ້າງໂຄງປະກອບບັນດາອົງການສິນເຊື່ອຄືນໃໝ່ ໄລຍະ 2011 – 2015 ແລະ ເພີ່ມທະວີການສົມທົບກັບບັນດານະໂຍບາຍມະຫາພາກອື່ນໆ.