ທ່ານເອກອັກຄະລັດຖະທູດ ເຈືອງຈ່ຽວເຢືອງ ຢ້ຽມຢາມ
ຮ້ານສະແດງສິນຄ້າກາເຟຈູງງວຽນ
(vovworld) – ເນືອງໃນໂອກາດປີ APEC ຟີລິບປິນ 2015, ກະຊວງການຄ້າ ແລະ ອຸດສາຫະກຳ ຟີລິບປິນ (DTI) ຈັດຕັ້ງງານຕະຫຼາດນັດສະບຽງອາຫານສາກົນ 2015 (IFEX 2015) ໃນລະຫວ່າງວັນທີ 21 – 24/5/2015 ຢູ່ SMX, Mall of ASIA, ມານີລາ, ຟີລິບປິນ. ໃນງານຕະຫຼາດນັດຄັ້ງນີ້ ມີບັນດາວິສາຫະກິດ ຫວຽດນາມ ພ້ອມກັບບັນດາວິສາຫະກິດຂອງບັນດາປະເທດສະມາຊິກ APEC, ເຂົ້າຮ່ວມການວາງສະແດງສິນຄ້າ ແລະ ແນະນຳຜະລິດຕະພັນ.
ນທີ່ພົ້ ສະຖານທູດ ຫວຽດນາມ ປະຈຳ ຟີລິບປິນ
ໄດ້ສົມທົບກັບກະຊວງການຄ້າ ແລະ ອຸດສາຫະກຳ
ໄດ້ແຕ່ງຕັ້ງຄະນະວິສາຫະກິດເຂົ້າຮ່ວມ ຊຶ່ງລວມມີວິສາຫະກິດ 4
ແຫ່ງຄື: ວີນາມິວ, ກາເຟຈູງງວຽນ, ສະບຽງອາຫານຈູງແທ່ງ ແລະ HOGANO.
ນອກຈາກນັ້ນ ຍັງມີ 6 ວິສາຫະກິດ ຫວຽດນາມ ຢູ່ ຟີລິບປິນ
ໄດ້ເຂົ້າຮ່ວມງານຕະຫຼາດນັດ. ບັນດາວິສາຫະກິດຂອງ ຫວຽດນາມ
ເຂົ້າຮ່ວມງານຕະຫຼາດນັດເພື່ອແນໃສ່ແນະນຳບາງຜະລິດຕະພັນສະບຽງອາຫານເດັ່ນ ແລະ ເປັນເອກະລັກສະເພາະຂອງຫວຽດນາມ ກັບແຂກ ຟີລິບປິນ ແລະ ສາກົນ.