ງານບຸນລະດູບານໃໝ່ 2018 ເຂັ້ມຂົ້ນໄປດ້ວຍມູນເຊື້ອບຸນເຕັດຫວຽດນາມ

(VOVWORLD) - ງານບຸນລະດູບານໃໝ່ 2018 ແນະນຳບັນດາລາຍການຕ້ອນຮັບບຸນເຕັດ ທີ່ເຂັ້ມຂົ້ນໄປດ້ວຍຈຸດວັດທະນະທຳທີ່ເປັນມູນເຊື້ອ, ຈະຖືກດຳເນີນຢູ່ສູນວາງສະແດງວັດທະນະທຳສີລະປະຫວຽດນາມ, ເລກ 2 ຫວາລື, ຮ່າໂນ້ຍ ໃນລະຫວ່າງວັນທີ 02 – 08 ກຸມພາ 2018.

ງານບຸນລະດູບານໃໝ່ 2018 ເຂັ້ມຂົ້ນໄປດ້ວຍມູນເຊື້ອບຸນເຕັດຫວຽດນາມ - ảnh 1 ງານບຸນລະດູບານໃໝ່ 2018 ເຂັ້ມຂົ້ນໄປດ້ວຍມູນເຊື້ອບຸນເຕັດຫວຽດນາມ

(ພາບປະກອບ: nguoilambao.vn)

ງານບຸນລະດູບານໃໝ່ 2018 ຈະສຸມໃສ່ສ້າງບັນຍາກາດບຸນເຕັດຫວຽດນາມ ດ້ວຍຈຸດວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງ.

        ໃນງານບຸນນີ້, ຄະນະຈັດຕັ້ງໄດ້ຂັດຕັ້ງວາງສະແດງຕະຫຼາດດອກໄມ້ຫຼາຍຊະນິດ, ຕົ້ນໄມ້ປະດັບຮັບໃຊ້ບຸນເຕັດ, ພ້ອມກັບບັນດາການເຄື່ອນໄຫວສະແດງສີມືແຮງງານຈາກບັນດານັກສິລະປະການທີ່ມາຈາກບັນດາໝູ່ບ້ານອາຊີບຫັດຖະກຳ. ນອກນັ້ນ, ຍັງມີງານວາງສະແດງທີ່ມີຫົວຂໍ້ວ່າ “ທ່ອງທ່ຽວລະດູບານໃໝ່ຜ່ານບັນດາມໍລະດົກພາກສ່ວນຕ່າງໆ”, ທີ່ໄດ້ວາງສະແດງພາບຖ່າຍສວຍງາມກວ່າ 100 ແຜ່ນ ດ້ວຍເປົ້າໝາຍແມ່ນໂຄສະນາມໍລະດົກວັດທະນະທຳ, ມໍລະດົກຂອງ 3 ພາກຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ