ງານບຸນເປີດປະທັບຕາ ວິຫານ ເຈິ່ນ ລະດູບານໃໝ່ປີມະໂລງ 2024
(VOVWORLD) - ໃນບັນຍາກາດທີ່ເຄັ່ງຂຶມ, ບັນດາພິທີກຳຄື: ຖະຫວາຍທູບທຽນ, ແຫ່ປະທັບຕາ ແລະ ເປີດປະທັບຕາ ໄດ້ດຳເນີນໄປດ້ວຍຄວາມໝາຍ ອະທິຖານພາວະນາໃຫ້ປະຊາຊົນມີຄວາມສະຫງົບສຸກ, ປະເທດເທດມີສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ສຶກສາມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ເຊີດຊູ ລາດຊະວົງ ເຈິ່ນ, ເຊິ່ງເປັນ ລາດຊະວົງທີ່ມິອິດທິພົນຢ່າງສະຫງ່າລາສີໃນປະຫວັດສາດຂອງຊາດ ຫວຽດນາມ.
ພິທີແຫ່ປະທັບຕາ (ພາບ: ໜັງສືພິມ ນາມດິ້ງ) |
ງານບຸນເປີດປະທັບຕາ ວິຫານ ເຈິ່ນ ລະດູບານໃໝ່ປີມະໂລງ 2024 ຖືກດຳເນີນໃນຕອນກາງຄືນວັນທີ 23 ກຸມພາ, ຮຸ່ງເຊົ້າວັນທີ 24 ກຸມພາ (ເຊິ່ງກົງກັບຄ່ຳຄືນວັນທີ 14, ຮຸ່ງເຊົ້າວັນທີ 15 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ) ຢູ່ເຂດປູຊະນີຍະສະຖານວິຫານ ເຈິ່ນ, ແຂວງ ນາມດິ້ງ ຂອງ ຫວຽດນາມ. ໃນບັນຍາກາດທີ່ເຄັ່ງຂຶມ, ບັນດາພິທີກຳຄື: ຖະຫວາຍທູບທຽນ, ແຫ່ປະທັບຕາ ແລະ ເປີດປະທັບຕາ ໄດ້ດຳເນີນໄປດ້ວຍຄວາມໝາຍ ອະທິຖານພາວະນາໃຫ້ປະຊາຊົນມີຄວາມສະຫງົບສຸກ, ປະເທດເທດມີສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ສຶກສາມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ເຊີດຊູ ລາດຊະວົງ ເຈິ່ນ, ເຊິ່ງເປັນ ລາດຊະວົງທີ່ມິອິດທິພົນຢ່າງສະຫງ່າລາສີໃນປະຫວັດສາດຂອງຊາດ ຫວຽດນາມ. ທ່ານນາງ ຫງວຽນທິຍື, ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ນາມດິ້ງ, ເນັ້ນໜັກວ່າ:
“ງານບຸນເປີດປະທັບຕາ ແມ່ນມີຄວາມໝາຍວັດທະນະທຳມະນຸດອັນຍິ່ງໃຫຍ່ ນັ້ນແມ່ນ ພາວະນາໃຫ້ “ປະເທດຊາດມີສັນຕິພາບຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມສະຫງົບສຸກ”, ທຸກໆຄອບຄົວລ້ວນແຕ່ໄດ້ຊົມໃຊ້ສິນປະທັບຕາຈາກວິຫານ ເຈິ່ນ”.