ງານພົບປະແລກປ່ຽນ “ຫົວໃຈໜຶ່ງ - ໂລກດຽວ“ ຄັ້ງທີ 13

ງານພົບປະແລກປ່ຽນ “ຫົວໃຈໜຶ່ງ - ໂລກດຽວ“ ຄັ້ງທີ 13 - ảnh 1
(ພາບ​ປະ​ກອບ: VTV)

(vovworld) - “ຫົວ​ໃຈ​ໜຶ່ງ - ​ໂລກ​ດຽວ, ເຮົາ​ໂຮມ​ກັນ​ເປັນ​ວົງ​ແຂນ​ ​ແຫ່ງ​ຄວາມ​ເມດ​ຕາ, ລ້ານ​ສາຍ​ໃຈ ​ແມ່ນ​ລ້ານ​ຫົວ​ໃຈ…“. ນັ້ນ​ແມ່ນ​ສານ​ຂອງ​ງານ​ພົບ​ປະ​ແລກປ່ຽນສິລະ​ປະ “ຫົວ​ໃຈ​ໜຶ່ງ - ​ໂລກ​ດຽວ“ ຄັ້ງ​ທີ 13 ​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 7/4. ລາຍການ​ໂດຍ​ສະມາຄົມ​ອຸ​ປະກະ​ລະ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ ຫວຽດນາມ, ກະຊວງ ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ສົມທົບ​ກັນ​ຈັດ​ຕັ້ງ​ປະຈຳ​ປີ, ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ຄົນ​ພິການ ຫວຽດນາມ (18/4). ລາຍການ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ, ຄົນ​ໃຈ​ບຸນທີ່​ໄດ້​ຝາກ​ມາ ສະມາຄົມ​ອຸປະກະ​ລະ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ ຫວຽດນາມ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ, ປຸກລະດົມ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ ​ສືບ​ຕໍ່​ບືນ​ຕົວ​ຂຶ້ນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຕັດສິນ​ໃຈ​ປະຕິບັດ​ຄວາມ​ໄຝ່ຝັນ​ຂອງ​ຕົນ.

 


ຂ່າວ/ບົດ​ອື່ນ