ງານພົບປະແລກປ່ຽນສະແດງສິລະປະວັນບຸນຫໍ່ເຂົ້າປະດັບດິນ “ສິນທຳ ແລະ ປະເທດຊາດ”

(VOVWORLD) -ລາຍການພົບປະແລກປ່ຽນສະແດງສິລະປະຂ່ຳນັບຮອບຕ້ອນວັນບຸນຫໍ່ເຂົ້າປະດັບດິນ ປີ 2017 ດ້ວຍຫົວຂໍ້ວ່າ “ສິນທຳ ແລະ ປະເທດຊາດ” ໂດຍສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຈັດຕັ້ງ

ງານພົບປະແລກປ່ຽນສະແດງສິລະປະວັນບຸນຫໍ່ເຂົ້າປະດັບດິນ “ສິນທຳ ແລະ ປະເທດຊາດ” - ảnh 1 ງານພົບປະແລກປ່ຽນສະແດງສິລະປະ

ວັນບຸນຫໍ່ເຂົ້າປະດັບດິນ “ສິນທຳ ແລະ ປະເທດຊາດ”

(ພາບ: TTXVN)

ຖືກດຳເນີນໃນຕອນຄ່ຳວັນທີ 31 ສິງຫາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ. ກ່າວຄຳເຫັນທີ່ລາຍການ, ທ່ານຮອງຫົວໜ້າຄະນະສາສະໜາລັດຖະບານ ບຸ່ຍແທງຮ່າ ຊີ້ແຈ້ງວ່າ, ວັນບຸນຫໍ່ເຂົ້າປະດັບດິນ ແມ່ນໂອກາດເພື່ອໃຫ້ແຕ່ລະຄົນອາໄລຫາ, ຕອບບຸນແທນຄຸນຕໍ່່ປູ່່ຍ່າຕາຍາຍ, ບັນພະບຸລຸດ, ພໍ່ແມ່ ແລະ ກວ້າງຂວາງກວ່າແມ່ນປະເທດຊາດ, ສັງຄົມ. ທ່ານ ບຸ່ຍແທງຮ່າ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ຜູ້ມີຍົດຖາບັນດາສັກທາງສາສະໜາ, ສາສະນິກກະຊົນໃນສະມາຄົມພຸດທະສາສະໜາຫວຽດນາມ ທຸກຂັ້ນໄດ້ຈັດຕັ້ງການເຄື່ອນໄຫວກຸສົນຫຼາຍຢ່າງ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ເຖົ້າຜູ້ແກ່ຢູ່ໂດດດ່ຽວ, ເດັກກ່ຳພ້າ... ນີ້ບໍ່ພຽງແຕ່ແມ່ນບັນດາການເຄື່ອນໄຫວອັນສູງສົ່ງ, ແມ່ນວຽກງານທີ່ມີຄວາມໝາຍ, ເຕັມໄປດ້ວຍນ້ຳໃຈຮັກແພງເທົ່ານັ້ນ, ຫາກຍັງປຸກລຸກທົ່ວສັງຄົມມີນ້ຳໃຈຮັກແພງ, ກຸສົນ, ເມດຕາຈິດຂອງພະພຸດທະເຈົ້າ ເພື່ອເຄົາລົບຄຸນຄ່າຂອງມະນຸດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ