ງານວາງສະແດງ “ປະທານໂຮ່ຈີມິນ ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ດີເລີດ ຂອງຫວຽດນາມ”
ປະທານ ໂຮ່ຈີມິນ
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/5/1890 – 19/5/2012) ແລະ 57 ປີແຫ່ງວັນປົດປ່ອຍນະຄອນ ຫາຍຟ່ອງ (13/5/1955 – 13/5/2012), ວັນທີ 10/5, ຢູ່ນະຄອນ ຫາຍຟ່ອງ ໄດ້ໄຂງານວາງສະແດງ “ປະທານ ໂຮ່ຈີມິນ ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ດີເລີດຂອງຫວຽດນາມ”. ງານວາງສະແດງໄດ້ວາງສະແດງເກືອບ 300 ເອກະສານ, ຮູບພາບ ແລະ ວັດຖຸພັນທີ່ມີຊີວິດຊີວາ ແລະ ເລີກເຊິ່ງກ່ຽວກັບປະທານ ໂຮ່ຈີມິນ. ບັນດາເອກະສານ, ວັດຖຸພັນ ໄດ້ສ່ອງແສງໃຫ້ເຫັນການເຄື່ອນໄຫວຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ການປະຕິວັດຫວຽດນາມ, ກໍຄືປະຊາຊົນຜູ້ຮັກຫອມສັນຕິພາບຢູ່ໃນໂລກ ແລະ ນ້ຳໃຈຂອງປະຊາຊົນໂລກທີ່ສະຫງວນໃຫ້ແກ່ປະທານ ໂຮ່ຈີມິນ.