ງານວາງສະແດງພົບປະວິຈິດສິນຫວຽດນາມ-ມາເລເຊຍ

ງານວາງສະແດງພົບປະວິຈິດສິນຫວຽດນາມ-ມາເລເຊຍ - ảnh 1
ພາບ​ແຕ້ມຂອງຈິດຕະກອນ​ຫວຽດນາມ
(ພາບ: hanoigrapevine.com)


(vovworld) – ງານ​ວາງສະ​ແດງ​ສິລະ​ປະ​ສຳ​ຜັດ​ດ້ວຍຕາ ພວມ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ງານ​ວາງ​ສະ​ແດງ​ໄດ້​ວາງ​ສະ​ແດງ​ 30 ກວ່າພາບ​ແຕ້ມ ຂອງຈິດຕະກອນ​ມາ​ເລ​ເຊຍ 4 ຄົນ ​ແລະ ຈິດຕະກອນ​ຫວຽດນາມ 5 ຄົນ​. ບັນດາ​ພາບ​ແຕ້ມ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ບັນດານັກ​ຈິດຕະກອນມາ​ເລ​ເຊຍ ​ມຸ່ງ​ໄປ​ເຖິງ​ບັນຫາ ສິ່ງ​ແວ​ດລ້ອມ, ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາກາດ, ​ເລື່ອ​ງລາວ​ກ່ຽວ​ກັບ​ສິດ​ຂອງແມ່ຍິງ ​ແລະ ​ເລື່ອງ​ມອບ​ສິດ​ໃຫ້​ແມ່​ຍິງ​ໃນ​ສັງຄົມ ທີ່ຍັງ​ມີ​​ແນວຄິດ​ຕາຍ​ຕົວ​ກ່ຽວ​ກັບ​ເພດ. ສ່ວນ​ບັນດານັກ​ຈິດຕະກອນ ຫວຽດນາມ ພັດ​ມຸ່ງ​ໄປເຖິງ​ຄວາມ​ໃນ​ໃຈ, ຜ່ານ​ນັ້ນ​ໄດ້​ສ່​ອງ​ແສງສ່ວນ​ໃດ​ສ່ວນ​ໜຶ່ງ​ບັນດາ​​ບັນຫາ​ໃຫຍ່​​ໃນ​ຊີວິດ​ສັງຄົມ.
ຂ່າວ/ບົດ​ອື່ນ