ງານວາງສະແດງອອນລາຍ “ ເສັ້ນທາງເອກະລາດ”

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945-19/8/2021) ແລະ ວັນຊາດຫວຽດນາມທີ 2 ກັນຍາ (2/9/1945-2/9/2021), ຫໍພິພິທະພັນວິຈິດສິນຫວຽດນາມ ໄດ້ຈັດ ງານວາງສະແດງ “ ເສັ້ນທາງເອກະລາດ” ດ້ວຍຮູບການອອນລາຍ ຜ່ານເວບໄຊ vnfam.vn ແລະ fanpage  https://www.facebook.com/baotangmythuat/    ນັບແຕ່ວັນທີ 29 ສິງຫາປີ 2021
  ງານວາງສະແດງອອນລາຍ “ ເສັ້ນທາງເອກະລາດ” - ảnh 1ພາບແຕ້ມປະທານໂຮ່ຈິມິນກ່າວຖະແຫຼງການປະກາດເອກະລາດ

     ງານວາງສະແດງອອນລາຍ “ ເສັ້ນທາງເອກະລາດ” ວາງສະແດງພາບຂັດມັນ, ພາບສີນ້ຳມັນ, ພາບແກະຄວັດສະຫຼັກໄມ້…ຂອງ ຈິດຕະກອນ 15 ຄົນ ຊຶ່ງໄດ້ສ່ອງແສງເຖິງເສັ້ນທາງພາໄປເຖິງການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ຕໍ່ຈາກນັ້ນແມ່ນການສະຖາປະນາປະເທດ ສ.ປ.ຫວຽດນາມ. ບັນດາເຫດການປະຫວັດສາດຂອງປະເທດຊາດໄລຍະ 1930-1945 ແລະ ບັນຍາກາດຂອງບັນດາການລຸກຮື້ຂຶ້ນ, ຂະບວນການປະຕິວັດ, ວັນປະກາດເອກະລາດວັນທີ 2 ກັນຍາປີ 1945 ຢູ່ສະໜາມຫຼວງບາດີງ-ຮ່າໂນ້ຍ ຊຶ່ງໄດ້ສະແດງອອກຢ່າງຈະແຈ້ງຜ່ານບັນດາຜະລິດຕະພັນຈິດຕະກຳນີ້.

ຕອບກັບ

ຂ່າວ/ບົດ​ອື່ນ