ງານໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ
Manh Cuong -  
ງານໂຮມຊຸມນຸມສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ກຳປູເຈຍ
(ພາບ: VGP/Le Son)
(vovworld) - ຕອນເຊົ້າວັນທີ 24/6, ຢູ່ ຮ່າໂນ້ຍ, ໄດ້ດຳເນີນງານໂຮມຊຸມນຸມສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ກຳປູເຈຍ (24/6/1967-24/6/2012) ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ຫົວໜ້າຄະນະຊີ້ນຳສະເຫຼີມສະຫຼອງປີແຫ່ງຄວາມມິດຕະພາບຫວຽດນາມ - ກຳປູເຈຍ, ທ່ານ Simvana, ລັດຖະມົນຕີຫ້ອງວ່າການສະພາລັດຖະມົນຕີລັດຖະບານລາຊະອານາຈັກ ກຳປູເຈຍ ໄດ້ເຂົ້າຮ່ວມ. ກ່າວຄວາມເຫັນຢູ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ຢືນຢັນວ່າ:
”ໂດຍເລີມມາຈາກພື້ນຖານການພົວພັນປະຫວັດສາດທີ່ມີມານັບແຕ່ດົນນານ ແລະ ຈາກການຕໍ່ສູ້ຕ້ານລ່າເມືອງຂຶ້ນ, ໃນຕະຫຼອດ 45 ປີ ທີ່ຜ່ານມາ, ປະຊາຊົນສອງປະເທດຫວຽດນາມ - ກຳປູເຈຍໄດ້ຮຽງບ່າຮຽງໄຫຼ່, ສາມັກຄີ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ນັບທັງເລືອດເນື້ອຂອງຕົນໃນການຕໍ່ສູ້ຕ້ານຈັກກະພັດ ເພື່ອເອກະລາດ ແຫ່ງຊາດ, ການຕໍ່ສູ້ໂຄ່ນລົ້ມລະບອບດັບສູນເຊື້ອຊາດທີ່ໂຫດຮ້າຍສາມານ. ແລະ ປະຈຸບັນຍັງສືບຕໍ່ພ້ອມກັນຮຽງບ່າຮຽງໄຫຼ່ຊ່ວຍເຫຼືອກັນໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ”.
ສ່ວນທ່ານ Simvana, ລັດຖະມົນຕີຫ້ອງວ່າການສະພາລັດຖະມົນຕີລັດຖະບານລາຊະອານາຈັກ ກຳປູເຈຍ ກໍ່ຢືນຢັນວ່າ ປະຊາຊົນ ກຳປູເຈຍ ຍາມໃດກໍ່ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມໃນການຕໍ່ສູ້ປົດປ່ອຍປະເທດ ກຳປູເຈຍ ເມື່ອປີ 1979, ທ່ານກໍ່ໄດ້ຕີລາຄາສູງການເຄື່ອນໄຫວລົງທຶນຂອງຫວຽດນາມເຂົ້າ ກຳປູເຈຍ:
”ພ້ອມກັບການພົວພັນດ້ານການເມືອງທີ່ໄດ້ຮັບການຍົກສູງຂຶ້ນ, ການພົວພັນທາງດ້ານເສດຖະກິດ, ການລົງທຶນ, ການຄ້າລະຫວ່າງຫວຽດນາມ - ກຳປູເຈຍ ກໍ່ໄດ້ຮັບການເພີ່ມທະວີຫຼາຍພໍສົມຄວນ. ວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2007 ແລະ ບັນລຸ 2 ຕື້ USD ໃນປີ 2011. ການນຳສອງປະເທດຕັດສິນໃຈຊຸກຍູ້ການຄ້າສອງຝ່າຍໃຫ້ເພີ່ມຂຶ້ນທົບສອງເທົ່າ, ບັນລຸ 5 ຕື້ USD ໃນ 5 ປີຈະມາເຖິງ ”
Manh Cuong