ວັນບຸນສາກົນບັນດານັກອາສາສະໝັກ |
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນສາກົນບັນດານັກອາສາສະໝັກ (5/12) , ຕອນເຊົ້າວັນທີ 5/12, ຢູ່ຮ່າໂນ້ຍ, ໄດ້ດຳເນີນວັນບຸນສາກົນບັນດານັກອາສາສະໝັກດ້ວຍຫົວຂໍ້ : “ຫົວໃຈອາສາສະໝັກ ປີ 2015” ຊຶ່ງມີການເຂົ້າຮ່ວມຂອງກວ່າ 50 ຫົວໜ່ວຍ ອາສາສະໝັກ. ໃນວັນບຸນ, ບັນດານັກອາສາສະໝັກຫວຽດນາມ ໄດ້ຈັດຕັ້ງ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ແທດຈິງ ແລະ ອຸດົມສົມບຸນ. ທ່ານ ຫງວຽນຟີລອງ ເລຂາສູນກາງຄະນະຊາວໜຸ່ມ, ປະທານສູນກາງສະຫະພັນຊາວໜຸ່ມຫວຽດນາມ ໃຫ້ຮູ້ວ່າ :
“ ຜ່ານການເຄື່ອນໄຫວ ອາສາສະໝັກ, ພວກເຮົາໄດ້ປະຕິບັດວຽກງານເຊື່ອມຕໍ່ໃນວົງຄະນະຍາດເປັນຢ່າງດີ ແລະ ການແບ່ງປັນຄວາມຮັບຜິດຊອບລະຫວ່າງເພື່ອນຊາວໜຸ່ມກັບວົງຄະນະຍາດຊຸມຊົນ, ແຫ່ງທີ່ປະສົບກັບຄວາມຫຍຸ້ງຍາກ. ນີ້ກໍແມ່ນບ່ອນເພື່ອຝຶກຝົນຫຼໍ່ຫຼອມ, ຮ່ຳຮຽນຂອງບັນດາ ເພື່ອນຊາວໜຸ່ມ ”
ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ສະຫະພັນຊາວໜຸ່ມຫວຽດນາມນະຄອນໂຮ່ຈິມິນ ກໍໄດ້ຈັດຈັດວັນບຸນສາກົນບັນດານັກອາສາສະໝັກຄັ້ງທີ 3 ຂຶ້ນ.