ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດ ຫວຽດນາມ-ລັດເຊຍ

ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດ ຫວຽດນາມ-ລັດເຊຍ - ảnh 1
ທ່ານ​ຮອງ​ນາຍົກລັ​ດຖະມົນຕີ​ຫວຽດນາມ ຮ່ວາງ​ຈຸ​ງ ຫາຍ
ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ
(ພາບ: TTXVN)


(vovworld) - ​ຕອນ​ຄຳ່​ວັນ​ທີ 29/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ເນື່ອງ​ໃນ​ໂອກາດ​ສະ​​ເຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ-​ສະຫະພັນ​ລັດ​ເຊຍ  (30/1 /1950-30/1/2015) ​ໂດຍ​ສະຖານທູດ​ສະຫະພັນ​ລັດ​ເຊຍ ປະຈຳ​ຫວຽດ ນາມຈັດ​ຕັ້ງ.

    ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ຮອງ​ນາຍົກລັ​ດຖະມົນຕີ​ຫວຽດນາມ ຮ່ວາງ​ຈຸ​ງ ຫາຍ ຖື​ວ່າ: ​​ໃນ​ໄລຍະ 65 ປີຜ່ານ​ມາ​ໄດ້​ຢືນຢັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ວ່າ ປະຫວັດ ສາດ​ແຫ່ງ​ການ​ພົວພັນ ຫວຽດນາມ-​ສະຫະພັນ​ລັດ​ເຊຍ ​ແມ່ນ​ການ​ພົວພັນ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດຕະພາບ, ການ​ແບ່ງປັນ ​ແລະ  ສະໜັບ ສະໜູນເຊິ່ງກັນ ​ແລະ ກັນ, ​ໃນ​ໄລຍະ​ຜ່ານ​ມາ 2 ປະ​ເທດ​ບັນລຸ​ໄດ້ບັນດາຜົນ​ງານທີ່​ສຳຄັນ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ-​ການ​ຕ່າງປະ​ເທດ, ​ເສດຖະກິດ-​ການ​ຄ້າ, ພະລັງງາ​ນ, ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ… ​ໃນ​ໄລຍະ​ໃໝ່, ບົນ​ພື້ນຖານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, 2 ຝ່າຍຈະ​ບັນລຸ​ໄດ້ບັນດາຜົນ​ງານ​ໃໝ່​ຢ່າງ    ​ແນ່ນອນ, ປະກອບສ່ວນ​ສຳຄັນ​ໃນ​ວິວັດ​ການ​ພັດທະນາ​ຢູ່​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

    ອຸປະ​ທູດ​ຊົ່ວຄາວ​ສະຫະພັນ​ລັດ​ເຊຍ ປະຈຳ​ຫວຽດນາມ Vadim V.Bublikov ຢືນຢັນ​ວ່າ ​ເຖິງ​ວ່າສະພາບ​​ໂລກ​ມີ​ການ​ຜັນ​ແປ​ຢ່າງສັບ ສົນກໍ່ຕາມ ​ແຕ່​ນຳ້​ໃຈ​ມິດ​ຕະ​ພາບອ້າ​ຍນ້ອງ, ນ້ຳໃຈຊ່ວຍ​ເຫຼືອ ​ແລະ ​ເຄົາລົບນັບຖື​ເຊິ່ງກັນ ​ແລະ ກັນ ລະຫວ່າງ ຫວຽດນາມ-​ສະຫະພັນ​ລັດ​ເຊຍ​ ບໍ່​ອາດ​ປ່ຽນ​ແປງ​ໄດ້, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ