ປະທານ ໂຮ່ຈີມິນ ມອບຂອງຂວັນໃຫ້ແມ່ເຖົ້າຊາວຊົນເຜົ່າສ່ວນໜ້ອຍຄົນໜຶ່ງ ເມື່ອປີ 1958
(ພາບ: Petrotimes)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 123 ປີ ແຫ່ງວັນຄ້ານວັນເກີດປະທານ ໂຮ່ຈີມິນ (19/5/1890 – 19/5/2013) ແລະ 102 ປີ ແຫ່ງວັນປະທານ ໂຮ່ຈີມິນ ອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ (5/6/1911 – 5/6/2013), ຫໍພິພິດທະພັນ ໂຮ່ຈີມິນ, ສາຂານະຄອນ ໂຮ່ຈີມິນ, ຫາກໍ່ໄຂງານວາງສະແດງ ”ປະທານ ໂຮ່ຈີມິນ ກັບຊາວຊົນເຜົ່າສ່ວນໜ້ອຍຫວຽດນາມ”. ງານວາງສະແດງໄດ້ແນະນຳເອກະສານ ແລະ ຮູບພາບຂະໜາດໃຫຍ່ຄື: ລຸງໂຮ່ມອບຂອງຂວັນໃຫ້ຜູ້ເຖົ້າຊາວຊົນເຜົ່າສ່ວນໜ້ອຍຢູ່ບໍ່ ອາປາຕິດ, ແຂວງລາວກາຍ (ປີ 1958); ປະທານ ໂຮ່ຈີມິນລົງຢ້ຽມຢາມປະຊາຊົນຢູ່ເຂດພູດອຍ ປັກປໍ, ແຂວງ ກາວບັ່ງ (ປີ 1961). ງານວາງສະແດງຄັ້ງນີ້ ສະແດງອາລົມຈິດອັນເລິກເຊິ່ງຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ຊາວຊົນເຜົ່າ, ແລະ ແນວຄິດມະຫາສາມັກຄີປະຊາຊົນທັງຊາດຂອງປະທານ ໂຮ່ຈີມິນ ໃນພາລະກິດປະຕິວັດປົດປ່ອຍຊາດ. ໂຮມປະເທດຊາດເປັນເອກະພາບ ແລະ ສ້າງສາປະເທດຊາດ. ທ່ານນາງ ຫງວຽນທິຮວາຊິງ, ຜູ້ອຳນວຍການຫໍພິພິດທະພັນ ໂຮ່ຈີມິນ ສາຂານະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ວາງສະແດງ ແລະ ປະກອບອຸປະກອນທີ່ທັນສະໄໝຄືຮູບພາບເໜັງ ແລະ ຈໍສຳພັດ ເຂົ້າໃນການວາງສະແດງ. ພວກຂ້າພະເຈົ້າກໍ່ຈະສືບຕໍ່ຈັດຕັ້ງຫ້ອງວາງສະແດງສະເພາະຫົວເລື່ອງກ່ຽວກັບອາລົມຈິດຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ພາກໃຕ້ ແລະ ພາກໃຕ້ກັບປະທານ ໂຮ່ຈີມິນ, ເພື່ອຕອບສະໜອງອາລົມຈິດຂອງຊາວພາກໃຕ້ທີ່ມີຕໍ່ປະທານ ໂຮ່ຈີມິນ“