ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນເມືອປະເທດ

(VOVWORLD) -ວັນທີ 14 ພະຈິກ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ຍີ່ປຸ່ນ ປະຕິບັດສອງຖ້ຽວບິນ ເພື່ອຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນເມືອປະເທດດ້ວຍຄວາມປອດໄພ
      ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນເມືອປະເທດ - ảnh 1 ພາບປະກອບ

ແຂກໂດຍສານໃນຖ້ຽວບິນລວມມີເດັກນ້ອຍໃນເກນຕ່ຳກວ່າ 18 ປີ, ແມ່ຍິງຖືພາ, ຜູ້ເຈັບປ່ວຍ, ແຮງງານໝົດອາຍຸສັນຍາ, ນັກສຶກສາບໍ່ມີບ່ອນຢູ່ອາໄສ. ພາຍຫຼັງທີ່ເຮືອບິນໄດ້ລົງຈອດຢູ່ສະໜາມບິນທີ່ນະຄອນ ເກິ່ນເທີ ແລະ ກາມແຣັງ, ບັນດາຜູ້ໂດຍສານ ໄດ້ຖືກກວດສຸຂະພາບ ແລະ ແຍກຕົວລວມສູນຕາມກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ