ຈີນ - ລັດເຊຍ ປຶກສາດ້ານຍຸດທະສາດຄັ້ງທີ 16

ຈີນ - ລັດເຊຍ ປຶກສາດ້ານຍຸດທະສາດຄັ້ງທີ 16 - ảnh 1
(ພາບປະກອບ)

(vovworld) - ​ໃນ​ຂອບ​ເຂດ​ການ​ປຶກສາ​ດ້ານ​​ຍຸດ​ທະ​ສາດ​ຈີນ - ລັດ​ເຊຍ ຄັ້ງ​ທີ 16, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງກອງທັບ 2 ປະ​ເທດ​​ໄດ້​ມີ​ການ​ພົບ​ປະກັນ​ຢູ່​ປັກ​ກິ​ງ, ປະ​ເທດ​ຈີນ ​​ໃນ​ວັນ​ທີ 05 ພະຈິກ ​ແລະ ​ເຫັນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ທະຫານ 2 ຝ່າຍ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະກັບ​ທ່ານຮອງ​ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ​ລັດ​ເຊຍ ທັງ​ເປັນ​ຫົວໜ້າ​ກົມສູ້​ຮົບ Vladimir Zarudnitskiy, ທ່ານ​ຫົວ​ໜ້າ​ເສນາ​ທິການ​ໃຫຍ່​ທະຫານ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ​ຟ໋າງເຟິງຮູຍ ຖື​ວ່າ, ບັນດາ​ການ​ພົວພັນ​ຮອບດ້ານ, ຍຸດ​ທະ​ສາດ ​ແລະ ການ​ຮ່ວມ​ມື​ລະຫວ່າງຈີນ ​ແລະ ລັດ​ເຊຍ ​ໄດ້​ຮັກສາ​ກຳລັງ​ແຮງ​ໃຫ້​ແກ່​ການພັດທະນາ​ຢ່າງ​ຕັ້ງໜ້າ, ​ໃນ​ຂະນະ​ນັ້ນ, ​ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ການ​ເມືອງ​ຂັ້ນ​ສູງ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ພົບປະ​ແລກປ່ຽນ​ລະຫວ່າງ​ທອງ​ທັບ 2 ປະ​ເທດ. ທ່ານ ຟ໋າງເຟິງຮູຍ ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ດ້ານ​ການ​ທະ​ຫານ 2 ປະ​ເທດ​ພວມ​ເປັນ​ສັກຂີ​ພິຍານ​ກາລະ​ໂອກາດ​ພັດທະນາ​ໃໝ່, ພ້ອມ​ທັງຮຽກຮ້ອງ 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ປຶກສາ​ດ້ານ​ຍຸດ​ທະ​ສາດ ກໍ່​ຄື​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວິຊາ​ການ, ຝຶກ​ອົບຮົມບຸກຄະລາ​ກອນ ​ແລະ ການຊ້ອມ​ຮົບ​ຮ່ວມ ຜ່ານ​ການ​ຮ່ວມ​ມື​ຢ່າງ​ເປີດ​ເຜີຍ, ​ເປີດ​ອົກ​ເປີດ​ໃຈ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

        ສ່ວນ​ທ່ານ ຮອງ​ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ​ລັດ​ເຊຍ Vladimir Zarudnitskiy ​ໃຫ້​ຮູ້​ວ່າ ​ເນື່ອງ​ໃນ​​ໂອກາດນີ້, 2 ຝ່າຍ​ກໍ່​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັນ​ການ​ພົວພັນ​ດ້ານ​ການ​ທະຫານ 2 ຝ່າຍ, ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ ກໍ່​ຄື​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ