ຈີນ, ສປປ.ເກົາຫຼີ ປຶກສາຫາລືກ່ຽວກັບການ ເຊື່ອມຕໍ່ການເຈລະຈາ 6 ຝ່າຍຄືນໃໝ່

ຈີນ, ສປປ.ເກົາຫຼີ ປຶກສາຫາລືກ່ຽວກັບການ ເຊື່ອມຕໍ່ການເຈລະຈາ 6 ຝ່າຍຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ​​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ສປປ.​ເກົາຫຼີ ຄືນ​ໃໝ່, ວັນ​ທີ 30 ຕຸລາ, ທ່ານ​ຮອງ​ລັດຖະມົນຕີ​​ການ​ຕ່າງປະ​ເທດ​ຈີນ ຈາງ​ເຢຍຊວຍ ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງສປປ.​ເກົາຫຼີ Kim Hyong Jun ​ໄດ້​ມີ​ການ​ເຈລະຈາ​ຢູ່ນະຄອນຫຼວງ​ປັກ​ກິ​ງ, ປະ​ເທດ​ຈີນ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ທັດ​ສະ​ນະ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ ກໍ່​ຄື​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ. ​ແຕ່​ກະຊວງ​ດັ່ງກ່າວ​ບໍ່​​ແຈ້ງ​ຂໍ້​ມູນ​ລາຍ​ລະອຽດ​ກ່ຽວ​ກັບ​ເນື້ອ​ໃນ​ການ​ເຈລະຈາ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສປປ.​ເກົາຫຼີ Kim Hyong Jun ​ໄດ້​ເດີນທາງ​ໄປ​ເຖິງ​ປັກ​ກິ​ງ ​ໃນ​ວັນ​ທີ 29 ຕຸລາ ​ແລະ ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຈີນ ຜູ້​ຮັບຜິດຊອບ​ບັນຫາ​ອາຊີ ຫຼິວ​ເຈີ​ນໝີ​ນ. ​ໃນ​ຂະນະ​ນັ້ນ, ທູດ​ທິ​ເສດຜູ້​ຮັບຜິດຊອບ​ການ​ເຈລະຈາ 6 ຝ່າຍ​ຂອງ​ຈີນ ທ່ານ ຫວູຕາຍ​ອວຍ  ກໍ່​​​ເດີນທາງ​ໄປ ວໍ​ສິງ​ຕັນ ​ແລະ ​​ເຂົ້າ​ຮ່ວມ​ການ​ເຈລະຈາເຈລະຈາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ, ​ໃນ​ນັ້ນ​ມີ​ທູດ​ພິ​ເສດອາ​ເມ​ລິ​ກາ ຜູ້​ຮັບຜິດຊອບ​ນະ​ໂຍບາຍ​ກ່ຽວ​ກັບສປປ.​ເກົາຫຼີ ທ່ານ Glyn Davies.
ຂ່າວ/ບົດ​ອື່ນ