ຈີນ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນສອງຝ່າຍ

ຈີນ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນສອງຝ່າຍ - ảnh 1
ທ່ານ Thomas Donilon ທີ່​ປຶກສາ
ດ້ານປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ
ພາບ:internet


(vovworld) - ວັນ​ທີ 24/7 ທ່ານ​ປະທານ​ປະ​ເທດ​ຈີນ ຮູ່ຈີນ​ເທົ່າ ​ໄດ້​ຢືນຢັນ​ວ່າ: ຈີນ​ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ​ເພື່ອ​ຮັບປະກັນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມະຫາ​ອຳນາ​ດ​ຂອງ​ໂລກ​ໃຫ້​ນັບ​ມື້​ນັບ​ເປັນ​ປົກກະຕິ ​ແລະ ພັດທະນາ. ​ໃນ​ການ​ຕ້ອນຮັບ​ທ່ານ Thomas Donilon ທີ່​ປຶກສາດ້ານປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ ພວມ​ຢ້ຽມຢາມ ປັກ​ກີ່​ງ, ທ່ານ​ປະທານ ຮູ່ຈີນ​ເທົ່າ ​ໄດ້​ເນັ້ນ​ຫນັກ​ວ່າ ສອງ​ຝ່າຍ​ຄວນ​ຊຸກຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ບັນລຸ​ໄດ້​ຜ່ານ​ການ​ປັບປຸງ​ກົນ​ໄກ​ໂອ້​ລົມ​ສົນທະນາ, ຮັກສາ​ການ​ພົວພັນ​ຕິດ​ຕໍ່, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື. ການ​ນຳ ປັກກີ​ງ ກໍ​ຖື​ວ່າ: ສອງ​ປະ​ເທດ​ຄວນ​​ເຄົາລົບ, ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຜົນ​ປະ​ໂຫຍດ ​ແລະ ສາຍ​ພົວພັນ​ຂອງ​ແຕ່ລະ​ຝ່າຍ ພ້ອມ​ກັນ​ນັ້ນ ກໍຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນດາ​ບັນຫາ​ຄົງ​ຄ້າງ​ໃນ​ການ​ພົວພັນ​ສອງ​ຝ່າຍ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ ​ແລະ ​ເໝາະ​ສົມ. ສ່ວນ​ທ່ານ Donilon ​ໄດ້​ຢືນຢັນ​ວ່າ: ວໍ​ຊິງ​ຕັນ ພ້ອມ​ແລ້ວ ທີ່​ຈະຮ່ວມ​ມື​ກັບ ປັກ​ກີ​ງ ​ເພື່ອຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຈີນ ​ໃນ​ທຸກ​ຂົງ​ເຂດ​ສອງ​ຝ່າຍ​ກໍ​ຄື​ໃນ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ