ຈີນປາດຖະໜາຢາກພ້ອມກັບອາເມລິກາຊຸກຍູ້ການພົວພັນພັດທະນາເປັນປົກກະຕິ

ຈີນປາດຖະໜາຢາກພ້ອມກັບອາເມລິກາຊຸກຍູ້ການພົວພັນພັດທະນາເປັນປົກກະຕິ - ảnh 1
ພາບປະກອບ

(vovworld) – ຈີນ​ ​ແລະ ອາ​ເມ​ລິ​ກາ ຕ້ອງ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັນ​ຊຸກ​ຍູ້​ການ​ພົວພັນ 2 ຝ່າຍ​ພັດທະນາ​​ເປັນ​ປົກກະຕິ ​ແລະ ໝັ້ນຄົງ​ເຂັ້​ມ​ແຂງ ບົບຫຼັກການ​ພື້ນຖານ​​ໃນ​ການ​ພົວພັນ​ສາກົນ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ 2 ປະ​ເທດ. ຖະ​ແຫຼ​ງການ​ດັ່ງກ່າວ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ້​ເຄີ​ຊຽງ ຍົກ​ອອກ​ມາ​​ໃນ​ວັນ​ທີ 24/4, ​ໃນ​ການ​ຕ້ອນຮັບ​ຄະນະ​ສະມາຊິກ ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໂດຍ ສະມາຊິກ​ສະພາ​ຕຳ່ ພັກ ສາທາລະນະ​ລັດ Eric Cantor ນຳ​ໜ້າ, ພວມ​ຢູ່​ຢ້ຽມຢາມ​ປະ​ເທດ​ນີ້.

        ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽນ ຊຸກຍູ້ 2 ຝ່າຍ​ຍູ້​ແຮງ​ການ​ເຈລະຈາ​ກ່ຽວ​ກັບ​ຂໍ້​ຕົກລົງ​ລົງທຶນ ​ແລະ ​ເຮັດ​ໃຫ້ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ຖື​ວ່າ: ການປະຕິ​ຮູບ​ເສດຖະກິດ​ຮອບດ້ານ​ໃນ​ປະຈຸ​ບັນ​ຂອງ ລັດຖະບານ ຈີນ ຈະ​ນຳ​ມາ​ເຊິ່ງຫຼາຍ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ການ​ພົວພັນ 2 ຝ່າຍ. ສ່ວນ​ທ່ານ ສະມາຊິກ​ສະພາ​ຕຳ່ ພັກ ສາທາລະນະ​ລັດ Eric Cantor ​ເນັ້ນ​ໜັກ​ແຜນ​ນະ​ໂຍບາຍ​ຂອງ ວໍ​ຊິງ​ຕັນ​ແມ່ນ​ຮັດ​ແໜ້ນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ປາຊີ​ຟິກ ​ແລະ ຢືນຢັນ​ວ່າ: ສະພາ​ຕຳ່ ອາ​ເມ​ລິ​ກາ ຈະ ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ 2 ຝ່າຍ, ມຸ່ງ​ໄປ​ເຖິງ​ຄວາມ​ວັດທະນາ​ຖາວອນ​ລວມ.

 


ຂ່າວ/ບົດ​ອື່ນ