(ພາບ: Internet )
(vovworld)- ວັນທີ 9/11, ຈີນ ແລະ ລັດເຊຍ ໄດ້ລົງນາມໃນບັນດາຂໍ້ຕົກລົງ ແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານ. ທ່ານປະທານປະເທດຈີນ ສືຈິນຜິງ ແລະ ປະທານາທິບໍດີລັດເຊຍ V.Putin ໄດ້ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມື, ໃນນັ້ນມີບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາທໍ່ສົ່ງອາຍແກດທາງທິດຕາເວັນຕົກ ແລະ ຂໍ້ຕົກລົງແມ່ຮ່ວມມືລະຫວ່າງກຸ່ມບໍລິສັດອາຍແກດແຫ່ງຊາດຈີນ ແລະ ກຸ່ມບໍລິສັດພະລັງ Gazprom ຂອງລັດເຊຍ. ການນຳຈີນ ແລະ ລັດເຊຍ ເຫັນດີນຳກັນວ່າ: ການເພີ່ມທະວີການຮ່ວມມືດ້ານພະລັງງານແມ່ນປັດໄຈສຳຄັນເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງພະລັງງານຂອງສອງປະເທດ. ສອງຝ່າຍເຫັນດີຈະຊຸກຍູ້ການສ້າງໂຄງການທໍ່ສົ່ງອາຍແກດທາງທິດຕາເວັນອອກຊື່ງສອງປະເທດໄດ້ລົງນາມເມື່ອເດືອນ 5/2014 ທີ່ຜ່ານມາ ແລະ ເລີ່ມດຳເນີນໂຄງການທໍ່ສົ່ງອາຍແກດທາງທິດຕາເວັນຕົກໃນເວລາໄວທີ່ສຸດ. ທ່ານປະທານປະເທດຈີນ ສືຈິນຜິງ ແລະ ປະທານາທິບໍດີລັດເຊຍ V.Putin ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສັ້ນທາງລົດໄຟຄວາມໄວສູງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການບິນອາວະກາດ ແລະ ການເງິນ./.