ຈີນ-ອາຊຽນຮັບຮອງເອົາຫຼັກການແກ້ໄຂສະພາວະສຸກເສີນບົນທະເລ


ຈີນ-ອາຊຽນຮັບຮອງເອົາຫຼັກການແກ້ໄຂສະພາວະສຸກເສີນບົນທະເລ - ảnh 1

(vovworld)- ວັນ​ທີ 7/9, ຈີນ ແລະ ອາ​ຊຽນ​ໄດ້​ຮັບ​ຮອງ​ເອົາຫຼັກ​ການ​ຊີ້​ນຳ​ກ່ຽວ​ກັບ​ໂທ​ລະ​ສັບ​ສາຍ​ດ່ວນ​ຂອງ​ບັນ​ດາ​ນັກ​ການ​ທູດ​ຂັ້ນ​ສູງ​ລະ​ຫວ່າງ 2 ຝ່າຍ ແນ​ໃສ່​ແກ້​ໄຂ​​ສະ​ພາ​ວະ​ສຸກ​ເສີນ​ບົນ​ທະ​ເລ. 2 ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ, ໃນ​ນັ້ນ​ເປັນ​ເອ​ກະ​ສັນ​ກັນ​ນຳ​ໃຊ້​ຫຼັກ​ການ​ກ່ຽວ​ກັບ​ການ​ຫຼີກ​ລ້ຽງ​ຄວາມ​ຕິດ​ຂັດ​ຢ່າງ​ກະ​ທັນ​ຫັນ​ບົນ​ທະ​ເລ (CUES), ຊຶ່ງ​ແມ່ນ​ຂໍ້​ຕົກ​ລົງ​ສາ​ກົນ​ທີ່​ບັນ​ລຸ​ໄດ້​ເມື່ອ​ປີ 2014 ແນ​ໃສ່ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ເກີດ​ການ​ຕິດ​ຂັດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຈີນ ແລະ ອາ​ຊຽນ ໄດ້​ບັນ​ລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ດັ່ງ​ກ່າວ​ທີ່ກອງ​ປະ​ຊຸມ​ການ​ນຳ​ຈີນ-ອາ​ຊຽນ​ຄັ້ງ​ທີ 19 ຊຶ່ງ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ. ທີ່ກອງ​ປະ​ຊຸມ, 2 ຝ່າຍ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ 2 ສະ​ບັບ​ກ່ຽວ​ກັບ​ກອງ​ປະ​ຊຸມ​ການ​ນຳ​ສະ​ເຫຼີມ​ສະ​ຫຼອງ 25 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ ແລະ ການ​ຮ່ວມ​ມື​ທາງ​ດ້ານ​ຄວາມ​ສາ​ມາດ​ຜະ​ລິດ 2 ຝ່າຍ.
ຂ່າວ/ບົດ​ອື່ນ