ງານພົບປະສົນທະນາປະຊາຊົນຂັ້ນສູງ ຈີນ - ອາຊຽນ
ພາບ:yenbai.gov.vn
|
(vovworld)-ແຈ້ງການຫນັງສືພິມຂອງຄະນະເລຂາອາຊຽນໃຫ້ຮູ້ວ່າ: ວັນທີ 4/6 ຢູ່ນະຄອນຫນານຫນີງປະເທດຈີນໄດ້ດຳເນີນງານພົບປະສົນທະນາປະຊາຊົນຂັ້ນສູງ ຈີນ - ອາຊີຕາເວັນອອກສຽງໃຕ້ ພາຍໃຕ້ຫົວຂໍ້ວ່າ: ສັນຕິພາບເພື່ອການພັດທະນາແລະ ການຮ່ວມມື”.ນີ້ແມ່ນເວທີປາໄສໂດຍເຄືອຂ່າຍແລກປ່ຽນສາກົນຂອງຈີນຈັດຕັ້ງຂຶ້ນເພື່ອຊຸກຍູ້ການພົບປະແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນຈີນ ແລະ ປະຊາຊົນບັນດາປະເທດອາຊຽນ. ກ່າວຄຳເຫັນໄຂການພົບປະສົນທະນາ, ທ່ານ ຫລຽວຈີ້ບ່າວ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວຫນ້າຄະນະຜູ້ແທນປະເທດເຈົ້າພາບໄດ້ເນັ້ນຫນັກເຖິງຄວາມຕ້ອງການພົວພັນແລກປ່ຽນຢ່າງຍາວນານລະຫວ່າງ ຈີນ ແລະ ອາຊຽນ. ຕາມທ່ານແລ້ວ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແມ່ນບັນດາປັດໄຈສຳຄັນໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງຈີນ ກັບບັນດາປະເທດສະມາຊິກອາຊຽນ. ລັດຖະບານ ແລະ ປະຊາຊົນສອງຝ່າຍລ້ວນແຕ່ມີຄວາມໄຝ່ຝັນໄດ້ດຳລົງຊີວິດຮ່ວມກັນໃນຄວາມສັນຕິພາບ, ວັດທະນາຖາວອນ ແລະ ປະຊາຊົນຈີນພ້ອມແລ້ວທີ່ຈະຮ່ວມມືກັບປະຊາຊົນບັນດາປະເທດອາຊຽນເພື່ອໃຫ້ຄວາມໄຝ່ຝັນນັ້ນປະກົດຜົນເປັນຈິງ.