ທ່ານນາງປະທານາທິບໍດີ ຈີເລ Michelle Bachelet
|
(vovworld) - ວັນທີ 29/3, ທ່ານນາງປະທານາທິບໍດີ ຈີເລ Michelle Bachelet ຢັ້ງຢືນວ່າ: ອາເມລິກາ ລາຕີນ ຈະນຳໜ້າໃນຄວາມມານະພະຍາຍາມຊຸກຍູ້ການຜັນຂະຫຍາຍສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຕັດສິນຖອນອອກຈາກສັນຍານີ້. ກ່າວຄຳເຫັນໃນວາລະປະຊຸມນັດພິເສດຂອງອົງການການຄ້າໂລກ (WTO), ທ່ານນາງປະທານາທິບໍດີ Michelle Bachelet ໄດ້ເນັ້ນໜັກວ່າ: ພ້ອມກັບບັນດາສຳພັນທະມິດ ອາເມລິກາ ລາຕີນ, ຈີເລ ຈະຍົກອອກມາບັນດາມາດຕະການປ່ຽນແທນ ເພື່ອຊຸກຍູ້ຄວາມເສລີດ້ານການຄ້າຢູ່ ອາຊີ - ປາຊີຟິກ, ໝູນໃຊ້ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນວິວັດການເຈລະຈາ TPP ຢ່າງສຸດຂີດ, ພ້ອມທັງໃຫ້ຄຳໝັ້ນສັນຍາປັບປຸງບັນດາຫຼັກການຂອງລັດທິຫຼາຍຝ່າຍ.