ຈີເລ,ອີຢິບ,ມາຣົກເຊັນສົນທິສັນຍາສະໜິດສະໜົມແລະຮ່ວມມືອາຊຽນ

ຈີເລ,ອີຢິບ,ມາຣົກເຊັນສົນທິສັນຍາສະໜິດສະໜົມແລະຮ່ວມມືອາຊຽນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 6/9, ຈີ​ເລ, ອີ​ຢິບ ​ແລະ ມາຣົກ ​ໄດ້​ເຊັນ​ສົນທິສັນຍາ​ສະໜິດສະໜົມ ​ແລະ ການ​ຮ່ວມ​ມື​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC), ຍົກ​ຍອດ​ຈຳນວນ​ປະ​ເທດ​ເຊັນ​ສົນທິສັນຍາ​ນີ້​ຂຶ້ນ​ເຖິງ 35 ປະ​ເທດ. ການ​ກະທຳ​ດັ່ງກ່າວ​ຖືກ​ດຳ​​ເນີນ​ໄປ​ໃນ​ສະພາບ​ທີ່​ກອງ​ປະຊຸມ​ສຸດ​ຍ​ອດ ອາ​ຊຽນ ຄັ້ງ​ທີ 28 -29 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​​ໄດ້ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ ລາວ ​ໃນ​ວັນ​ທີ 6/9. TAC ​ໂດຍ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ລິ​ເລີ່​ມ, ມີ​ຜົນ​ສັກສິດ​ໃນ​ປີ 1976. ສົນທິສັນຍາ​ເພື່ອ​ແນ​ໃສ່​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ​​ໃນພາກ​ພື້ນ ​ແລະ ສາກົນ. ບັນດາ​ປະ​ເທດ​ນອກ​ພາກ​ພື້ນ​ກໍ່​ສາມາດເຂົ້າ​ຮ່ວມ​ສົນທິສັນຍາ​ນີ້​ດ້ວຍ​ການ​ຕົກລົງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ. ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 49 ​ເມື່ອ​ເດືອນ 7 ຜ່ານ​ມາ, ບັນດາ​ລັດຖະມົນຕີ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ຕົກລົງ​ໃຫ້ 3 ປະ​ເທດ​ດັ່ງກ່າວ​ເຂົ້າ​ຮ່ວມ TAC.


ຂ່າວ/ບົດ​ອື່ນ