ຊຸກຍູ້ການພົວພັນຄູ່ວມມືຍຸດທະສາດຫວຽດນາມ-ອິນໂດເນເຊຍ
ທ່ານ ຮ່ວາງແອງຕ໋ວນ ເຂົ້າຢ້ຽມຂ່ຳນັບທ່ານ
ຮອງປະທານາທິບໍດີ ອິນໂດເນີເຊຍ Jusuff Kalla
(ພາບ: vietnam+)
(vovworld) - ວັນທີ 11/01, ທ່ານ ຮ່ວາງແອງຕ໋ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ເຂົ້າຢ້ຽມຂ່ຳນັບທ່ານຮອງປະທານາທິບໍດີ ອິນໂດເນີເຊຍ Jusuff Kalla ຕາມພິທີການທູດ ເນື່ອງໃນໂອກາດເລີ່ມຕົ້ນປະຕິບັດໜ້າທີ່ການທູດຢູ່ ອິນໂດເນເຊຍ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຮ່ວາງແອງຕ໋ວນ ສະແດງຄວາມຫວັງ ແລະ ຄວາມຕັດສິນຂອງລັດ ແລະ ປະຊາຊົນ ຫວຽດນາມ ຮັດແໜ້ນການພົວພັນທີ່ເປັນມູນເຊື້ອອັນດີງາມກັບ ອິນໂດເນເຊຍ ຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດກໍ່ຢືນຢັນວ່າ: ຈຸດສຸມໃນອາຍຸການປະຕິບັດໜ້າທີ່ການທູດຂອງຕົນ ແມ່ນປະຕິບັດບົດບາດເປັນຂົວເຊື່ອມຕໍ່ດ້ານການຄ້າ, ວັດທະນະທຳໃຫ້ດີ ແລະ ຕັ້ງໜ້າປະກອບສ່ວນຫລາຍຢ່າງໃຫ້ແກ່ການພັດທະນາການຮ່ວມມືລະຫວ່າງ 2 ປະເທດ.
ສ່ວນທ່ານຮອງປະທານາທິບໍດີ Jusuff Kalla ເຊື່ອໝັ້ນວ່າ: ທ່ານເອກອັກຄະລັດຖະທູດ ຮ່ວາງແອງຕ໋ວນ ຈະເປັນຂົວເຊື່ອມຕໍ່ຕັ້ງໜ້າປະກອບສ່ວນໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ຫວຽດນາມ - ອິນໂດເນເຊຍກ່ວາອີກ.