ຊຸກຍູ້ການພົວພັນຫວຽດນາມ-ອິນເດຍເລິກເຊິ່ງ,ກ້ວາງຂວາງ
ພາບປະກອບ
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານ Mohammad Hamid Ansarin, ປະທານສະພາສູງ ສ. ອິນເດຍ, ທ່ານ Sumitra Mahajan, ປະທານສະພາຕ່ຳ ສ. ອິນເດຍ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າຈະໄປຢ້ຽມຢາມ ສ. ອິນເດຍ ແຕ່ວັນທີ 8 – 11/12/2016. ການຢ້ຽມຢາມ ສ. ອິນເດຍ ຢ່າງເປັນທາງການ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີຄວາມໝາຍສຳຄັນ, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍເລິກເຊິ່ງກ່ວາອີກ, ຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເປັນລະອຽດ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນສະພາບການ 2 ປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1972 – 2017) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ 2007 – 2017). ການຢ້ຽມຢາມເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ບັນດາອົງການນິຕິບັນຍັດ ອິນເດຍ ໃຫ້ເລິກເຊິ່ງ, ກ້ວາງຂວາງກ່ວາອີກ, ສ້າງພື້ນຖານໜັກແໜ້ນໃຫ້ແກ່ການພົວພັນເປັນປົກກະຕິຍາວນານກັບ ອິນເດຍ, ໃນສະພາບການ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກນັບມື້ນັບເລິກເຊິ່ງ, ກ້ວາງຂວາງ.