ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ ອູຣູກວາຍ

(VOVWORLD) - ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອູຣູກວາຍ (1993 - 2018),
ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ ອູຣູກວາຍ - ảnh 1 ທ່ານ ດັ້ງຊວນຢຸງ ໂອ້ລົມກັບນັກສຶກສາມະຫາວິທະຍາໄລສາສະໜາຄຼິດ ອູຣູກວາຍ  (ພາບ: ຫວຽດນາມ+)

ທ່ານ ດັ້ງຊວນຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕີນ ທັງຮັບຜິດຊອບໜ້າທີ່ການທູດຢູ່ ອູຣູກວາຍ ໄດ້ມີການໂອ້ລົມກັບນັກສຶກສາມະຫາວິທະຍາໄລສາສະໜາຄຼິດ ອູຣູກວາຍ ກ່ຽວກັບປະເທດຊາດ, ປະຊາຊົນຊາວ ຫວຽດນາມ, ພາລະກິດປ່ຽນແປງໃໝ່ ແລະ ວິວັດການເຊື່ອມໂຍງຂອງ ຫວຽດນາມ ໃນວັນນີ້, ກໍ່ຄືການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ. ທີ່ການໂອ້ລົມ, ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໃຫ້ຮູ້ວ່າ: ພາຍຫລັງ 30 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ຜົນງານສຳຄັນຫລາຍຢ່າງໃນພາລະກິດພັດທະນາປະເທດຊາດ ດ້ວຍລະດັບການເຕີບໂຕເສດຖະກິດເປັນປົກກະຕິ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນ ແລະ ທີ່ຕັ້ງຂອງປະເທດໃນເວທີສາກົນນັບມື້ນັບໄດ້ຮັບການຢັ້ງຢືນ.

        ກ່ຽວກັບນະໂຍບາຍພົວພັນຕ່າງປະເທດ, ທ່ານ ດັ້ງຊວນຢຸງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ເດີນຕາມນະໂຍບາຍຫັນເປັນຫລາຍຝ່າຍ, ຫັນບັນດາການພົວພັນສາກົນເປັນຫລາຍຮູບຫລາຍແບບ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບໂລກ ບົນພື້ນຖານສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຈຸດປະສົງແຖວໜ້າຂອງ ຫວຽດນາມ ແມ່ນຮັກສາສັນຕິພາບ, ສະຖຽນລະພາບໃຫ້ຍືນຍົງ ເພື່ອສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ພາລະກິດພັດທະນາປະເທດຊາດ, ປົກປັກຮັກສາເອກະລາດ ແລະ ອຳນາດອະທິປະໄຕ.

        ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ກໍ່ຍົກໃຫ້ເຫັນການພົວພັນມິດຕະພາບ 2 ຝ່າຍກັບ ອູຣູກວາຍ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດແຕ່ປີ 1993, ພ້ອມທັງຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ