ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນຫວຽດນາມ-ລາຊະ ອານາຈັກອັງກິດ

ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນຫວຽດນາມ-ລາຊະ ອານາຈັກອັງກິດ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ

(ພາບ:Internet)

(vovworld)- ​​ຕອນ​ບ່າຍວັນ​ທີ 12/6, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ລັດຖະມົນຕີ​ຮັບຜິດຊອບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລາຊະ​ອານາຈັກ​ອັງກິດ Stephen Green ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ: “ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ພ້ອມ​ກັບ​ອັງກິດ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ ​ແລະ ບັນລຸ​ປະສິດທິ​ຜົນ”. ທ່ານນາຍົກລັດຖະມົນຕີ​ສະ​ເໜີ​ໃຫ້​ສອງ​ຝ່າ​ຍຈົ່ງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ​ກ່ວາ​ອີກ, ນຳ​ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດ​ບັນລຸ​ຕົວ​ເລກ​ທີ່​ໜ້າ​ປະ​ທັບ​ໃຈ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະ ມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ ອັງກິດ ຈະ​ເພີ່ມ​ທຶນ​ສຶກສາ, ສ້າງ​ລະບຽບ​ການ​ທີ່​ງ່າຍດາຍ​ກ່ວາ ​ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ມີ​ນັກ​ສຶກສາ​ຫວຽດນາມ ​ໄປ​ຮຽນ​ຢູ່​ອັງກິດ ​ນັບ​ມື້​ນັບຫຼາຍກ່ວາ​ອີກ. ສ່ວນ​ທ່ານ​ລັດຖະມົນຕີ Stephen Green ຢືນຢັນ​ວ່າ: ລາຊະ​ອານາຈັກ​ອັງກິດ ຍາມ​ໃດ​ກໍ່​ຖື​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ເປັນ​ສຳຄັນ, ສືບ​ຕໍ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ພ້ອມ​ກັບ​ຫວຽດນາມ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ການ​ນຳ​ຂັ້ນສູງ​ໄດ້​ເປັນ​ເອກະ​ພາບກັນ​ແລ້ວ​ໃຫ້​ມີ​ປະສິດທິ​ຜົນ. ທ່ານ​ກໍ່​ສະ​ເໜີ​ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ-​ບຳລຸງ​ສ້າງ, ​ແລກ​ປ່ຽນ​ວັດທະນະທຳ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ​ສອງ​ປະ​ເທດ, ສອງ​ຊາດ​ຫວຽດນາມ​-ອັງກິດ./.

 

 

ຂ່າວ/ບົດ​ອື່ນ