ຊຸກຍູ້ການຮ່ວມມືດ້ານ ປ້ອງກັນຊາດ ຫວຽດນາມ-ການາດາ

ຊຸກຍູ້ການຮ່ວມມືດ້ານ ປ້ອງກັນຊາດ ຫວຽດນາມ-ການາດາ - ảnh 1

ທ່ານ​ພົນ​​ໂທ​ຫງວຽນ​ຈິ​ວິ້ງ

(ພາບ: TTXVN)

   (vovworld)-​​​​  ວັນ​ທີ 1/11, ທ່ານ​ພົນ​​ໂທ​ຫງວຽນ​ຈິ​ວິ້ງ, ຮອງລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນສູງກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້ສິ້ນ​ສຸ​ດການ​ຢ້ຽມຢາມ​ກາ​ນາ​ດາ ​ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານຮອງລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກາ​ນາ​ດາ Michael Martin. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ກາ​ນາ​ດາ, ຄະນະ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ນາຍ​ພົນ Thomas Lawson ​ເສນາ​ທິານ​ໃຫ່ຍບັນດາ​ກຳລັງ​ປະກອບ​ອາວຸດ​ກາ​ນາ​ດາ ​ແລະ ພົບ​ປະ​ເຈລະຈາ​ກັບທ່ານຮອງລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກາ​ນາ​ດາ Michael Martin.

​   ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ: ການ​ແກ້​ໄຂ​ການ​ປະ​ທະ​ກັນ, ພິພາດ​ອະທິປະ​ໄຕ​ຢູ່​ບັນດາ​ເຂດ​ທະ​ເລ​ອາຊີ​ ຕ້ອງ​ຜ່ານ​ມາດ​ຕະການ​ສັນຕິພາບ​ບົນ​ພື້ນຖານ​ປະຕິບັດ​ກົດ​ໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ແລະ ບັນດາ​ຖະ​ແຫຼ​ງການຮ່ວມລະຫວ່າງ​ອາ​ຊຽນ-ຈີນ ກໍ່​ຄື​ຖະ​ແຫຼ​ງການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ….​ຝ່າຍ​ກາ​ນາ​ດາ ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ສະໜັບສະໜູນ ​ແລະ ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້ກາ​ນາ​ດາ​ ເຂົ້າຮ່ວມ​ກົນ​ໄກ​ຮ່ວມ​ມື​ກອງ​ປະຊຸມລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ​ອາ​ຊຽນ​ເປີດ​ກ້ວາງ (ADMM+). ນອກຈາກ​ນັ້ນ, ສອງ​ຝ່າຍ​ຍັງ​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ຄວາມ​ຕ້ອງການ, ຄວາມ​ສາມາດ​ຮ່ວມ​ມື​ໃນ​ອະ​ນາ​ຄົດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ