ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ກັບພາກພື້ນ ຕາເວັນອອກກາງ - ອາຟລິກາເໜືອ

ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ກັບພາກພື້ນ ຕາເວັນອອກກາງ - ອາຟລິກາເໜືອ - ảnh 1
(ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຫງວຽນ​ເຟືອງ​ງາ)

(vovworld) – ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມືພາກ​ພື້ນຕາ​ເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອ ຈະ​ດຳ​ເນີນ​ໄປ​​ໃນ​ວັນ​ທີ 04 – 05 ພະຈິກ ຈະ​ມາ​​ເຖິງ ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຂໍ້​ລິ​ເລີ່​ມຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ສ້າງ​ບາດກ້າວ​ໃໝ່​ໃຫ້ແກ່​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບບັນດາ​ປະ​ເທດໃນພາກ​ພື້ນຕາ​ເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ.

        ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກຂ່າວ ​ໃນ​ວັນ​ທີ 30 ຕຸລາ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ.

        “​ໃນ​ສະພາບທີ່​ການ​​ເຊື່ອມ​ໂຍງ ​ແລະ ​ຮ່ວມສຳພັນກັບ​ສາກົນ​ພວມດຳ​ເນີນ​ໄປ​ຢ່າງ​ແຮງ ທັງ​ຢູ່​ອາຊີ​ຕາ​ເວັນ​ອອກ ​ແລະ ຕາເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອ, ດ້ວຍ​ບັນດາ​ຄວາມ​ສາມາດ​ບົມຊ້ອນ ​ແລະ ທ່າ​ແຮງ​ສາມາດ​ເພີ່ມ​ເຕີ່​ມ​ໃຫ້ກັນ , ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດຕາເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອ ພວມ​ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ກວ່າ​ອີກ. ບົນ​ພື້ນຖານ​ນັ້ນ, ​ເລື່ອງ​ຈັດ​ຕັ້ງ​ເວທີ​ປາ​ໄສ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​​ນັກ​ວາງ​ນະ​ໂຍບາຍ, ກໍ່​ຄື​ບັນດາວິ​ສາ​ຫະກິ​ດສາມາດ​ພົບ​ປະ​ໂດຍ​ກົງ​ເພື່ອ​ແລກປ່ຽນດ້ານ​ຂໍ້​ມູນ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ລະອຽດ ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປ​ະ​ເທດ​ໃນ​ພາກ​ພື້ນ​ໃຫ້ພັດທະນາ​ເໝາະ​ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ”.

        ຄາດ​ວ່າ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຈະ​ຕ້ອນຮັບ​ບັນດາ​ຫົວໜ້າ​ຄະນະ​ຜູ້ແທນທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່ພິທີໄຂ​ເວທີ​ປາ​ໄສ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ