ທ່ານ Ta Quang Minh ຫົວຫນ້າກົມຊັບສິນທາງປັນຍາແຫ່ງຊາດ
ພາບ: TTXVN
|
(vovworld) - ກອງປະຊຸມຄັ້ງທີ 50 ຂອງສະມັດຊາໃຫຍ່ບັນດາປະເທດ ສະມາຊິກອົງການຊັບສິນທາງປັນຍາໂລກ (WIPO) ດຳເນີນໄປໃນວັນທີ 1 - 9/10 ຢູ່ ເຊີແນວ ປະເທດ ສະວິດ ໂດຍມີການເຂົ້າຮ່ວມຂອງຜູ້ແທນນັບພັນຄົນທີ່ມາຈາກ 185 ປະເທດສະມາຊິກ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ Ta Quang Minh ຫົວຫນ້າກົມຊັບສິນທາງປັນຍາແຫ່ງຊາດເປັນຫົວຫນ້າຄະນະ. ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າ ແລະ ກ່າວຄຳເຫັນກ່ຽວກັບບາງເນື້ອໃນສຳຄັນຂອງກອງປະຊຸມ. ຄະນະຜູ້ແທນ ຫວຽດນາມ ຢືນຢັນວ່າ: ຊົມເຊີຍໝາກຜົນແຫ່ງການເຈລະຈາໂດຍອີງໃສ່ເອກະສານໃນຂອບເຂດຄະນະກຳມະການລະຫວ່າງລັດຖະບານກ່ຽວກັບຊັບສິນທາງປັນຍາ ແລະ ແຫລ່ງ gen, ພູມປັນຍາມູນເຊື້ອ ແລະ ວັດທະນະທຳພື້ນເມືອງ ດ້ວຍຈຸດໝາຍບັນລຸໄດ້ບັນດາເອກະສານທາງດ້ານກົດໝາຍສາກົນສອດຄອ່ງກັບການປົກປ້ອງແຫລ່ງ gen ພູມປັນຍາມູນເຊື້ອ ແລະ ວັດທະນະທຳພື້ນເມືອງ. ຫວຽດນາມ ຖືວ່າ ເລື່ອງບັນລຸໄດ້ບັນດາເອກະສານທາງດ້ານກົດໝາຍດັ່ງກ່າວມີລັກສະນະຜູກມັດກ່ຽວກັບການປົກປ້ອງ gen, ພູມປັນຍາມູນເຊື້ອ ແລະ ວັດທະນະທຳພື້ນເມືອງແມ່ນສຳຄັນທີ່ສຸດເພື່ອສະຫນອງເຄື່ອງມືຢ່າງມີປະສິດທິຜົນໃນການຕ້ານເລື່ອງລັກເອົາຊັບພະຍາກອນຊີວະສາດ (bio-piracy) ແລະ ນຳໃຊ້ ແຫລ່ງ gen, ພູມປັນຍາມູນເຊື້ອ ແລະ ວັດທະນະທຳພື້ນເມືອງ ທີ່ຜິດກົດໝາຍ.
ຢູ່ນອກກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ມີການແລກປ່ຽນກັບບັນດາຄູ່ເຈລະຈາສຳຄັນເພື່ອຊອກຫາກາລະໂອກາດສອງຝ່າຍ ລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາຜ່ານການຈັດຕັ້ງກອງປະຊຸມ ອາຊຽນ ແລະ ຍີ່ປຸ່ນ, ອົງການປະດິດສ້າງຂອງເອີລົບ (EPO).