( vovworld ) - ວັນທີ 19/5, ຊີຣີໄດ້ຖືວ່າ, ບັນດາມາດຕະການລົງໂທດຂອງ EU ເຊິ່ງຈັດວາງໃຫ້ແກ່ປະເທດນີ້ໃນຊຸມປີທີຜ່ານມາແມ່ນ “ ລັດທິກໍ່ການຮ້າຍດ້ານເສດຖະກິດ” ຕ້ານປະຊາຊົນຊີຣີ. ໃນບົດລາຍງານສົ່ງເຖິງສະພາສິດທິມະນຸດສະຫະປະຊາຊາດ ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon, ກະຊວງການຕ່າງປະເທດຊີຣີ ໄດ້ຊີ້ແຈ້ງຫຼັກໝັ້ນຂອງບັນດາປະເທດຈັດວາງການລົງໂທດແມ່ນປອມແປງ ເພາະເຂົາເຈົ້າສວຍໃຊ້ບັນຫາສິດທິມະນຸດເພື່ອແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ ແລະ ໜີບຮັດບັນດາປະເທດນີ້. ບົດລາຍງານຍັງຖືວ່າ, ບັນດາກຸ່ມກໍ່ການຮ້າຍປະກອບອາວຸດໄດ້ຍຸຍົງສົ່ງເສີມຄວາມມານະພະຍາຍາມຈັດວາງການລົງໂທດລວມໝູ່ແນໃສ່ປະຊາຊົນຊີຣີ ດ້ວຍການວາງລະເບີດ ແລະ ຈີ້ລົດຂົນສົ່ງນ້ຳມັນ, ກໍຄືນຳໃຊ້ລະເບີດນ້ຳມັນທີ່ຜະລິດຢູ່ພາຍໃນປະເທດເພື່ອເຂັ່ມຂ້າສາມັນຊົນຊີຣີ.