ຊີຣີ ປະກາດຢຸດຕິບັນດາບັ້ນຮົບ ການທະການແຕ່ວັນທີ 12/4

ຊີຣີ ປະກາດຢຸດຕິບັນດາບັ້ນຮົບ ການທະການແຕ່ວັນທີ 12/4 - ảnh 1
ກອງທັບຊີຣີ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 11/4, ​ໂທລະພາບ​ແຫ່ງ​ຊາດ ຊີຣີ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ​້າທີ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ເທດ​ນີ້ ​​ໂດຍ​ໃຫ້​ຮູ້​ວ່າ: ຊີຣີ ຈະ​ຢຸດຕິ​ບັນດາ​ບັ້ນ​ຮົບ​ການ​ທະຫານ​ເພື່ອ​ເລັ່ງ​ໃສ່​ບັນດາ​ມື​ປຶ​ນລຸກ​ຮື້​ຂຶ້ນ​ນັບ​ແຕ່​ວັນ​ທີ 12/4, ຈຸດ​ເວລາ​ສຸດ​ທ້າຍ​ເຊິ່ງ ທ່ານ Kofi Annan, ທູ​ດພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ ​ໄດ້​ວາງ​ອອກ​ໃຫ້​​ຝ່າຍຕ່າງໆ​ຢູ່​ຊີຣີ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, Damascus ຢືນຢັນ​ຍັງຮັກສາ​ສິດ “ປະຕິກິລິຍາ​ທີ່​ເໝາະ​ສົມ” ກັບ​ທຸກ​ການ​ບຸກ​ໂຈມ​ຕີ​​ ຂອງ​ບັນດາກຸ່ມ​ກໍ່​ການ​ຮ້າຍ​​ໃສ​່ສາມັນ​ຊົນ, ກຳລັງ​ລັດຖະບານ ​ແລະ ຮາກ​ຖານ​ແຫ່ງ​ລັດ ກໍ​ຄື​ສ່ວນ​ບຸກຄົນ. ​ໃນ​ຂະນະ​ນັ້ນ, ທ່ານ Kofi Annan ​ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ​ລັດຖະບານ ຊີຣີ ​ແລະ ຝ່າຍ​ຄ້ານ​ປະ​ເທດ​ນີ້ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ແຜນການ​ສັນຕິພາບ 6  ​ຂໍ້ຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ