ຊອກຫາມາດຕະການໃຫ້ແກ່ຄ້ຳປະກັນສະບຽງອາຫານແລະແຫລ່ງນ້ຳຢູ່ເຂດລຸ່ມແມ່ນ້ຳຂອງ

ຊອກຫາມາດຕະການໃຫ້ແກ່ຄ້ຳປະກັນສະບຽງອາຫານແລະແຫລ່ງນ້ຳຢູ່ເຂດລຸ່ມແມ່ນ້ຳຂອງ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld)-​​ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ແລະ ແຫລ່ງ​ນ້ຳ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ແລະ​ບົດ​ບາດ​ຂອງ​ເຕັກ​ໂນ​ໂລ​ຊີ​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊ​ຸມ​ສຳ​ມະ​ນາ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ ວິ​ຊິງ​ຕັນ ສະ​ຫະ​ລັດ ອາ​ເມ​ລິ​ກາ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ພ້ອມ​ກັບ​ຫລາຍ​ອົງ​ການ ແລະ ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ. ນີ້​ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ​ທຳ​ອິດ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່ມ​ເຂ​ດ​ລຸ່ມ​ແມ່​ນ້ຳ​ຂອງ, ຊື່ງ​ແມ່ນ​ຮູບ​ແບບ​ຄູ່​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ, ຫວຽດ​ນາມ, ໄທ, ກ​ຳ​ປູ​ເຈຍ, ລາວ ແລະ ມຽນ​ມາ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ນະ​ໂຍ​ບາຍ ແລະ ການ​ພັດ​ທະ​ນາ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຍົກ​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ການ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ແລະ ແຫລ່ງ​ນ້ຳ, ພິ​ເສດ​ແມ່ນ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ແກ້​ໄຂ ແລະ ສະ​ຫນອງ​ແຫລ່ງ​ນ້ຳ​ໃນ​ສະ​ພາບ​ການ​ຜະ​ລິດ​ກະ​ສິ​ກຳ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.  ຕາມ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ແລ້ວ, ພ້ອມ​ກັບ​ວິ​ວັດ​ການ​ດັດ​ປັບ​ການ​ວາງ​ແຜນ​ກຳ​ນົດ ແລະ ນ​ະ​ໂຍ​ບາຍ, ເລື່ອງ​ຮີບ​ດ່ວນ​ປະ​ຈຸ​ບັນ ແມ່ນ​ຊອກ​ຫາ ແລະ ໝູນ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ຮັກ​ສາ​ແຫລ່ງ​ນ້ຳ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ພັດ​ທະ​ນາ​ຂອງ​ພາກ​ພື້ນ. ທ່ານ ເຈີນງອກ​ກາ, ຫົວ​ຫນ້າ​ຫ້ອງ​ການ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ:

        “ບັນ​ຫາ​ທີ​ຫນຶ່ງ ແມ່ນ​ເງື່ອນ​ໄຂ​ທຳ​ມະ​ຊາດ, ບັນ​ຫາ​ທີ​ສອງ ແມ່ນ​ໝູນ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ທີ່​ຈຳ​ເປັນ​ເພື່ອ​ສາ​ມາດ​ສຳ​ພັດ​ກັບ​ແຫລ່ງ​ນ້ຳ​ສະ​ອາດກວ່າ ຫລື​ເຮັດ​ໃຫ້​ແຫລ່ງ​ນ້ຳ​ບໍ່​​ສະ​ອາດປານ​ໃດ​ກາຍ​ເປັນ​ແຫລ່ງ​ນ້ຳ​ສະ​ອາດ. ນີ້​ແມ່ນ​ຈຸດ​ໝາຍຊື່ງ​ຫວຽດ​ນາມ​ພວມ​ມຸ່ງ​ໄປ​ເຖິງ.”

ເຍີດ​ກີງ, ຮູຍ​ຮ່​ວາງ, ນັກ​ຂ່າວ vov ປະ​ຈຳ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ