( vovworld ) - ໂດຍບໍ່ຫົວຊາຕໍ່ອາກາດໜາວຈັດດ້ວຍອຸນຫະພູມລົງລະດັບລົບ 23 - 30 ອົງສາ, ໃນຊຸມມືທີ່ຜ່ານມາ, ຊາວ ລັດເຊຍ ນັ້ບພັນໆຄົນຢູ່ 10 ກ່ວາແຂວງ, ນະຄອນ ແລະ ປະເທດສາທາລະນະລັດສັງກັດໄດ້ລົງຖະໜົນຫົນທາງເພື່ອ ສະໜັບສະໜູນອຳນາດການປົກຄອງ ແລະ ຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ Vladimir Putin. ມີຊາວ ລັດເຊຍ ກວ່າ 20.000 ຄົນດຳລົງຊີວິດຢູ່ລຽບຕາມແມ່ນນ້ຳ Volga ໄດ້ເຂົ້າຮ່ວມຂະບວນແຫ່ ແລະ ງານໂຮມຊຸມນູມສະໜັບສະໜູນທ່ານນາຍົກລັດຖະມົນຕີ Putin ອອກສະໝັກກຮັບເລືອກຕັ້ງເປັນປະທານາທິບໍດີຊຸດໃໝ່. ງານໂຮມຊຸມນຸມ“ ເພື່ອອະນາຄົດຂອງປະເທດ ລັດເຊຍ ” ຢູ່ Samara ດ້ວຍເກືອບ 10.000 ຄົນເຂົ້າຮ່ວມ, ໄດ້ຮັບຮອງເອົາມະຕິເພື່ອສະໜັບສະໜູນນະໂຍບາຍຂອງອຳນາດການປົກຄອງປະຈຸບັນກ່ຽວກັບການພັດທະນາ ເສດຖະກິດ ແລະ ການເມືອງ, ຮັກສາໝາກຜົນຂອງ 12 ປີແຫ່ງການຟື້ນຟູ ແລະ ພັດທະນາສະຫະພັນ ລັດເຊຍ ຢ່າງຮອບດ້ານ. ມະຕິກໍຊີ້ແຈງແນວທາງຂອງລັດຖະບານ ລັດເຊຍ ໂດຍທ່ານນາຍົກລັດຖະມົນຕີ Putin ນຳໜ້າເພື່ອຈຸດໝາຍສ້າງປະເທດ ລັດເຊຍ ເສລີພາບ ແລະ ເຂັ້ມແຂງ.