ຕາມທະນາຄານໂລກ (WB) ແລ້ວ, ຄາດວ່າ, ໃນປີ 2011, ຈຳນວນເງິນທີ່ຊາວຫວຽດນາມອາໄສຢູ່ຕ່າງປະເທດສົ່ງ ເມືອປະເທດ ບັນລຸປະມານ 9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 1 ຕື້ໂດລາສະຫະລັດເມື່ອທຽບກັບປີ 2010 ແລະເປັນຕົວເລກສະຖິຕິ ນັບແຕ່ກ່ອນມາຮອດປະຈຸບັນ. ທ່ານຈິ້ງຮ່ວາຍນາມ, ຮອງຜູ້ອຳນວຍການບໍລິສັດເງິນຕາຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ອາຊີຕາເວັນອອກໃຫ້ຮູ້ວ່າ: ໄລ່ຮອດຕອນບ່າຍຂອງວັນທີ 29/12, ຈຳນວນເງິນຂອງຊາວຫວຽດນາມອາໃສຢູ່ຕ່າງປະເທດຝາກມາບໍລິສັດນີ້ຄາດວ່າບັນລຸ 1,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 300 ລ້ານໂດລາສະຫະລັດເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຢູ່ Vietinbank ແມ່ນ 1,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15%; ສ່ວນ Eximbank ແມ່ນ 600 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 64% ເມື່ອທຽບກັບໄລຍະດຽວກັນຂອງປີ 2010. ເຖິງວ່າ ໃນ 2 ປີຜ່ານມາ, ສະພາບເສດຖະກິດທົ່ວໂລກໄດ້ປະສົມກັບຄວາມຫຍຸ້ງຍາກກໍຕາມ ແຕ່ຈຳນວນເງິນຂອງຊາວຫວຽດນາມອາໄສຢູ່ບັນດາປະເທດ ອາເມລິກາ, ການາດາ, ອົດສະຕາລີ ແລະຂອງຊາວຫວຽດນາມເຮັດວຽກຢູ່ມາເລເຊຍ, ໄຕຫວັນ, ຍີ່ປຸ່ນ… ຝາກເມືອປະເທດຍັງເພີ່ມຂຶ້ນຢູ່.