ຊາວໜຸ່ມພາຍໃນ ແລະ ຕ່າງປະເທດ ຮ່ວມແຮງຮ່ວມໃຈ “ເຊື່ອມຕໍ່ທົ່ວໂລກ” ເພື່ອປະຕິບັດຄວາມຫວັງພັດທະນາປະເທດຊາດ
(VOVWORLD) - ຕອນເຊົ້າວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ ໄວໜຸ່ມທີ່ມີຄວາມເກັ່ງກ້າສາມາດ ຂອງຫວຽດນາມ ຄັ້ງທີ 3 ປີ 2020.
ທ່ານ ຫງວຽນຊວັນທັ໊ງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ມອບລາງວັນໃຫ້ໄວໜຸ່ມທີ່ມີຄວາມເກັ່ງກ້າສາມາດ ຂອງຫວຽດນາມ (ພາບ: hanoimoi.com.vn) |
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບວຽກງານບຳລຸງສ້າງ, ເບິ່ງແຍງ, ເສີມຂະຫຍາຍຄວາມເກັ່ງກ້າສາມາດຂອງໄວໜຸ່ມໃນໄລຍະຜ່ານມາ ແລະ ສະເໜີບັນດາມາດຕະການ ເພື່ອແນໃສ່ຄົ້ນພົບ ໄວໜຸ່ມຜູ້ທີ່ມີຄວາມເກັ່ງກ້າສາມາດ, ເປີດກວ້າງຕາໜ່າງ ແລະ ເຊື່ອມຕໍ່ປັນຍາຊົນໜຸ່ມ ຫວຽດນາມ ໃນທົ່ວໂລກ, ປະກອບສ່ວນເຂົ້າໃນການພັດທະນາ ປະເທດຫວຽດນາມ ໃຫ້ກາຍເປັນປະເທດ ຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງໃນປີ 2045.
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນຊວັນທັ໊ງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ເນັ້ນໜັກເຖິງຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ວິວັດການຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ ພວມວາງອອກບັນດາວິທີສຳຜັດພັດທະນາແບບໃໝ່. ໃນນັ້ນ, ແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຜູ້ມີຄວາມເກັ່ງກ້າສາມາດ ພວມແມ່ນແຫຼ່ງກຳລັງໜູນພັດທະນາ, ແຫຼ່ງກຳລັງໜູນພາຍໃນທີ່ສຳຄັນຂອງປະເທດຊາດ. ທ່ານ ຫງວຽນຊວັນຖັ໊ງ ສະເໜີໃຫ້ສູນກາງຄະນະຊາວໜຸ່ມ ຈົ່ງຫັນບັນດາໂຄງການດຳເນີນງານໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ປຸກລຸກຄວາມຫວັງພັດທະນາ ແລະ ນ້ຳໃຈອຸທິດສ່ວນຂອງຊາວໜຸ່ມຫວຽດນາມ ໃນໄລຍະໃໝ່.