ຍົກຍ້າຍ ແລະ ແນະນຳປະຊາຊົນປ້ອງກັນ, ຫຼີກລຽງຝົນຕົກນ້ຳຖ້ວມ ແລະ ຄວາມດັນອາກາດອາການຕ່ຳ

(VOVWORLD) -ຄວນຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼວງຈາກສະພາບຝົນຕົກ, ນ້ຳຖ້ວມຂອງພາຍຸ ລິນຟາ (Linfa), ຕິດຕາມສະພາບການຝົນຕົກນ້ຳຖ້ວມ ແລະ ຄວາມດັນອາກາດອາການຕ່ຳແຮງຂຶ້ນຈະກາຍເປັນພາຍຸໃນຊຸມມື້ຈະມາເຖິງຢ່າງໃກ້ຊິດ

ຍົກຍ້າຍ ແລະ ແນະນຳປະຊາຊົນປ້ອງກັນ, ຫຼີກລຽງຝົນຕົກນ້ຳຖ້ວມ ແລະ ຄວາມດັນອາກາດອາການຕ່ຳ - ảnh 1 ທ່ານ ເຈິ່ນກວາງຮ່ວາຍ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ

(ພາບ: VGP)

ທີ່ກອງປະຊຸມຂອງຫ້ອງວ່າການຜູ້ປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ເຊິ່ງດຳເນີນໃນຕອນເຊົ້າວັນທີ 12 ຕຸລາ ຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ຄວນຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼວງຈາກສະພາບຝົນຕົກ, ນ້ຳຖ້ວມຂອງພາຍຸ ລິນຟາ (Linfa), ຕິດຕາມສະພາບການຝົນຕົກນ້ຳຖ້ວມ ແລະ ຄວາມດັນອາກາດອາການຕ່ຳແຮງຂຶ້ນຈະກາຍເປັນພາຍຸໃນຊຸມມື້ຈະມາເຖິງຢ່າງໃກ້ຊິດ ເພື່ອກ່າວເຕືອນຕໍ່ປະຊາຊົນຢ່າງທັນການ.

        ໄລ່ມາຮອດຕອນບ່າຍວັນທີ 12 ຕຸລາ, ພາຍຸ ລິນຟາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ, ຜູ້ຫາຍສາບສູນ 14 ຄົນ, ຄວາມເສຍຫາຍທາງດ້ານເສດຖະກິດແມ່ນໃຫຍ່ຫຼວງທີ່ສຸດ. ທ່ານ ເຈິ່ນກວາງຮ່ວາຍ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ຖືວ່າ:

        “ໄພທຳມະຊາດໄດ້ສົ່ງຜົນສະທ້ອນໃນຂອບເຂດທີ່ໃຫຍ່ຫຼວງທີ່ສຸດ, ສະນັ້ນຕ້ອງສືບຕໍ່ຕິດຕາມການຜັນແປຂອງໄພທຳມະຊາດ, ແຈ້ງຂໍ້ມູນແນະນຳຕໍ່ອຳນາດການປົກຄອງ ແລະ ປະຊາຊົນຢ່າງທັນການ. ສິ່ງສຳຄັນທີ່ສຸດໃນປະຈຸບັນແມ່ນຕ້ອງຮັບປະກັນຊີວິດອິນຊີຂອງປະຊາຊົນ, ເປັນເຈົ້າການມີແຜນການຍົກຍ້າຍປະຊາຊົນໃຫ້ອອກຈາກບັນດາເຂດອັນຕະລາຍ. ພ້ອມກັນນັ້ນ, ຕ້ອງຮັບປະກັນດ້ານສະບຽງອາຫານ ແລະ ສາທາລະນະສຸກໃຫ້ແກ່ປະຊາຊົນເຂດຖືກໄພທຳມະຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ