ທ່ານເຈືອງຮ່ວາບີງ, ຫົວຫນ້າສານປະຊາຊົນສູງສຸດ
ພາບ:toaan.gov
|
(vovworld)- ຖັນແຖວຜູ້ພິພາກສາ ຄວນໄດ້ຮັບການບຳລຸງສ້າງ ແລະ ບຳລຸງສ້າງຄືນໃຫມ່ຢ່າງລະອຽດ ເພື່ອແກ້ໄຂບັນດາລາຍຄະດີ, ພິພາກສາບັນດາອາດຊະຍາກຳປະເພດເກົ່າ ແລະ ປະເພດໃຫມ່, ອາດຊະຍາກຳຂ້າມຊາດ, ບັນດາຄວາມຂັດແຍ້ງມີປັດໄຈຈາກຕ່າງປະເທດ, ຄວາມຂັດແຍ້ງສາກົນ ເປັນຢ່າງດີ. ນີ້ແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມ ຊື່ງ ທ່ານເຈືອງຮ່ວາບີງ, ຫົວຫນ້າສານປະຊາຊົນສູງສຸດ ເນັ້ນຫນັກທີ່ກອງປະຊຸມຜັນຂະຫຍາຍວຽກງານສານປະຊາຊົນສອງຂັ້ນ ນະຄອນ ໂຮ່ຈິມີນ ປີ 2016 ດຳເນີນໃນວັນທີ 20/2. ຕາມທ່ານ ເຈືອງຮ່ວາບີງແລ້ວ, ໃນສະພາບການຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ ກວ້າງຂວາງໃນບັນດາຂົງເຂດ, ຂົງເຂດຕຸລາການກໍໄດ້ເຂົ້າຮ່ວມສົນທິສັນຍາສາກົນຫລາຍສະບັບ, ລົງນາມໃນສັນຍາຫນູນຊ່ວຍຕຸລາການຫລາຍຝ່າຍ ແລະ ສອງຝ່າຍ ກັບບັນດາປະເທດ. ທ່ານ ເຈືອງຮ່ວາບີງ ໃສ່ໃຈວ່າ ສານປະຊາຊົນສອງຂັ້ນ ນະຄອນໂຮ່ຈິມີນ ຕ້ອງເອົາໃຈໃສ່ການກະກຽມແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ຕອບສະຫນອງຄວາມຮຽກຮ້ອງຕ້ອງການການເຊື່ອມໂຍງເຂົ້າກັບສາກົນ.