(vovworld) - ຕາມລາຍການເຮັດວຽກກັບບັນດາອົງການສະມາຊິກຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລ້ວ, ວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ, ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ມີການເຮັດວຽກກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ, ເພື່ອແນໃສ່ຍົກສູງການສົມທົບກັນເຄື່ອນໄຫວລະຫວ່າງ 2 ສຳນັກງານ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ແນວໂຮມປະເທດຊາດຫວຽດນາມ ແລະ ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຕ້ອງມີຂໍ້ກຳນົດສ້າງບັນດາໂຄງການສົມທົບກັນເຄື່ອນໄຫວໃນປີ 2014 ແລະ ໃນຊຸມປີຈະມາເຖິງ. ເຊິ່ງຕາມນັ້ນແລ້ວ, ໃນປີ 2014, ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຈະສົມທົບກັບສູນກາງແນວໂຮມປະເທດຊາດຫວຽດນາມ ຈັດຕັ້ງບັນດາກອງປະຊຸມສຳມະນາຫົວເລື່ອງຕ່າງໆ, ໂອ້ລົມສົນທະນາກັບບັນດາກະຊວງ, ຂະແໜງການກ່ຽວກັບຫົວເລື່ອງແຕກຕ່າງກັນ.