ຍົກສູງປະສິດທິຜົນການຊັກຖາມຂອງສະພາແຫ່ງຊາດຕິດພັນກັບການຜັນຂະຫຍາຍປະຕິບັດລັດຖະທຳມະນູນ

ຍົກສູງປະສິດທິຜົນການຊັກຖາມຂອງສະພາແຫ່ງຊາດຕິດພັນກັບການຜັນຂະຫຍາຍປະຕິບັດລັດຖະທຳມະນູນ - ảnh 1
ພາບ​ປະ​ກອບ:internet

(vovworld)-ນັ້ນ​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ໂດຍ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ແລະ 23/7 ຢູ່ ນະ​ຄອນ ດາ​ຫນັງ. ກອງ​ປະ​ຊຸມ​ສຳ​ມະ​ນາ​ນອນ​ໃນ​ຂອບ​ເຂດ​ຍຸດ​ທະ​ສາດ​ຮ່ວມ​ມື​ພັດ​ທະ​ນາ​ແຫ່ງ​ຊາດ​ຂອງ ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິ​ກາ ປະ​ຈຳ​ຮ່າ​ໂນ້ຍ ໄລ​ຍະ 2014-2018. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຮີ່ງງອກ​ເຊີນ ຢືນ​ຢັນ​ວ່າ:

        “ການ​ຊັກ​ຖາມ​ແມ່ນ​ບັນ​ຫາ​ໃຫມ່ ແຕ່​ການ​ເຄ​ື່ອນ​ໄຫວນີ້ ຍາມ​ໃດ​ກໍ​ຕ້ອງ​ປ່ຽ​ນ​ໃຫມ່, ດັດ​ປັບ ເປັນ​ຕົ້ນ​ໃນ​ເງື່ອນ​ໄຂ​ພວມ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ໃຫມ່, ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ແຫ່ງ​ຊາດ ສະ​ບັບ​ປັບ​ປຸງ​ໃກ້​ຈະ​ມີ​ຜົນ​ສັກ​ສິດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ ໃກ້​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ. ບັນ​ດາ​ຄຳ​ເຫັນ​ປະ​ກອບ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ຈະ​ແມ່ນ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ທີ່​ສຳ​ຄ​ັນ ປະ​ກອບ​ສ່ວນ​ປັບ​ປຸງ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງວຽກ​ງານນີ້ກວ່າ.”

 

 

 

ຂ່າວ/ບົດ​ອື່ນ