ຍົກສູງສະຕິຄວາມຮັບຮູ້ຕໍ່ຜົນກະ ທົບຈາກການປ່ຽນແປງຂອງດິນຟ້າອາກາດ ໃຫ້ແກ່ວົງຄະນາຍາດ

ຍົກສູງສະຕິຄວາມຮັບຮູ້ຕໍ່ຜົນກະ ທົບຈາກການປ່ຽນແປງຂອງດິນຟ້າອາກາດ ໃຫ້ແກ່ວົງຄະນາຍາດ - ảnh 1

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດມີ​ຜົນ​ສະທ້ອນ​ຕໍ່​ສຸຂະພາບ

(ພາບ:hoahocngaynay.com)

(vovworld) - ​ເສດຖະກິດ​ຂຽວ​ໃນ​ເງື່ອນ​ໄຂການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ພະ​ແນ​ກຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຮ່າ​ໂນ້ຍຈັດຕັ້ງຂຶ້ນ​ໃນຕອນ​ເຊົ້າວັນ​ທີ 20/11 ຢູ່​ຮ່າ​ໂນ້ຍ. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຢືນຢັນ​ວ່າ: ຮູບ​ແບບ​ເສດຖະກິດ​ເຕີບ​ໂຕ​ຂຽວ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ, ປະຢັດ​ຊັບພະຍາກອນ​ທຳ​ມະ​ຊາດ ​ເຫມາະ​ສົມ​ກັບບັນດາ​ປະ​ເທດ​ພວມ​ພັດທະນາ. ບັນດາ​ຄຳ​ເຫັນ​ກໍ່​ເນັ້ນໜັກ​ເຖິງ​ເລື່ອງ​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ວົງ​ຄະນາ​ຍາດ​ກ່ຽວ​ກັບ​ຜົນ​ຮ້າຍ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນ້ຳທະ​ເລ​ຂຶ້ນ​ສູງ ຈາກ​ນັ້ນຈະ​ມີ​ມາດ​ຕະການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທົ່ວ​ສັງຄົມ. ​ໃນ​ໄລຍະ 2013-2025, ຫວຽດນາມ ສູ້​ຊົນ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ພັດທະນາ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ, ຮັບ​ມືກັບການການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຫລຸ​ດຜ່ອນ​​​ມົນ​ລະ​ພິດ​ ​ແລະ ​ການ​ປ່ອຍອາຍ​​ແກ​ດເຮືອນ​ແກ້ວ.

ຂ່າວ/ບົດ​ອື່ນ