ຍັງບໍ່ທັນມີຊາວ ຫວຽດນາມ ຜູ້ໃດຕິດເຊື້ອພະຍາດ Covid-19 ຢູ່ ສ.ເກົາຫຼີ ແລະ ຍີ່ປຸ່ນ

(VOVWORLD) - ຕອນເຊົ້າວັນທີ 25 ກຸມພາ, ກົມຄຸ້ມຄອງແຮງງານຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ໃຫ້ຮູ້ວ່າ: ຕາມການລາຍງານຂອງຄະນະຄຸ້ມຄອງແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ ແລະ ຍີ່ປຸ່ນ ແລ້ວ, ມາຮອດປັດຈຸບັນ, ຍັງບໍ່ທັນມີ ຊາວ ຫວຽດນາມ ຜູ້ໃດຖືກຕິດເຊື້ອພະຍາດ Covid-19 ຢູ່ 2 ປະເທດດັ່ງກ່າວ.
ຍັງບໍ່ທັນມີຊາວ ຫວຽດນາມ ຜູ້ໃດຕິດເຊື້ອພະຍາດ Covid-19 ຢູ່ ສ.ເກົາຫຼີ ແລະ ຍີ່ປຸ່ນ - ảnh 1ພາບປະກອບ 

ປັດຈຸບັນ, ຫວຽດນາມ ມີແຮງງານພວມເຮັດວຽກຢູ່ ສ.ເກົາຫຼີ, ຍີ່ປຸ່ນ ນັບຫລາຍພັນຄົນ. ທ່ານ ຫງວຽນຢາຄຽມ, ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ:

        “ສຳລັບຄະນະຄຸ້ມຄອງແຮງງານ, ພິເສດແມ່ນຄະນະຄຸ້ມຄອງແຮງງານຢູ່ ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ກຳແໜ້ນສະພາບໂລກລະບາດ ກໍ່ຄືສະພາບສຸຂະພາບຂອງແຮງງານເປັນປະຈຳ, ບົນພື້ນຖານນັ້ນ ຈະສະເໜີບັນດາມາດຕະການ. ປັດຈຸບັນ, ໂລກລະບາດພວມຜັນແປຢ່າງສັບສົນຢູ່ ສ.ເກົາຫຼີ, ກົມໄດ້ຮຽກຮ້ອງຄະນະຄຸ້ມຄອງແຮງງານ ກຳແໜ້ນຂໍ້ມູນ, ສະໜອງຂໍ້ມູນຂ່າວສານໃຫ້ຊາວຜູ້ອອກແຮງງານ ກໍ່ຄືບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດຕາມການແນະນຳຂອງອົງການສາທາລະນະສຸກປະເທດປະຈຳຖິ່ນເປັນປະຈຳ.

        ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ຍີ່ປຸ່ນ ກໍ່ຄືຄະນະຄຸ້ມຄອງແຮງງານ ຫວຽດນາມ ຢູ່ 2 ປະເທດດັ່ງກ່າວ ໄດ້ເປີດໂທລະສັບສາຍດ່ວນເພື່ອປົກປ້ອງພົນລະເມືອງ, ຍາມຕະຫລອດ 24/24 ຊົ່ວໂມງ, ກຽມພ້ອມຜັນຂະຫຍາຍບັນດາມາດຕະການໜູນຊ່ວຍ ແລະ ປົກປ້ອງພົນລະເມືອງໃນກໍລະນີຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ