(vovworld) - ວັນທີ 30/9, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ແລະ ຄະນະການນຳພັກປະຊາທິປະໄຕ (DPJ) ກຳອຳນາດໄດ້ຈັດກອງປະຊຸມປຶກສາຫາລືແຜນການປະຕິຮູບຄະນະລັດຖະບານ, ກະກຽມພື້ນຖານເພື່ອຍາດເອົາການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງໃນການເລືອກຕັ້ງທົ່ວປະເທດ. ໃນການປະຕິຮູບນີ້, ມີສະມາຊິກລັດຖະບານບາງທ່ານຄື; ຮອງນາຍົກລັດຖະມົນຕີ Katsuya Okada, ລັດຖະມົນຕີການຕ່າງປະເທດ Koichiro Gemba ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Satoshi Morimoto ສືບຕໍ່ຮັບດຳລົງຕຳແໜ່ງ. ສ່ວນບັນດາຕຳແໜ່ງຄາດວ່າຈະມີການປ່ຽນແປງໃນການປະຕິຮູບຄະນະລັດຖະບານຄັ້ງນີ້ລວມມີ ລັດຖະມົນຕີການຊວງການເງິນ, ລັດຖະມົນຕີກະຊວງຍຸດຕິທຳ, ລັດຖະມົນຕີຮັບຜິດຊອບນະໂຍບາຍແຫ່ງຊາດ, ລັດຖະມົນຕີປະຕິຮູບຂະແໜງໄປສະນີ.