ຍີ່ປຸ່ນ, ກຳປູເຈຍ ເຫັນດີ ຍົກການພົວພັນຂຶ້ນສູ່ ລະດັບຄູ່ຮ່ວມມື ຍຸດທະສາດ
(ພາບປະກອບ)
(vovworld) - ວັນທີ 15/12, ຍີ່ປຸ່ນ ແລະ ກຳປູເຈຍ ໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ແລະ ຍົກສູງການພົວພັນ 2 ຝ່າຍຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ຜູ້ຮ່ວມຕຳແໜ່ງກຳປູເຈຍ Hun Sen ໄດ້ເປັນສັກຂີພິຍານພິທີລົງນາມ ໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ແລກປ່ຽນດ້ານປ້ອງກັນປະເທດ 2 ຝ່າຍລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 2 ປະເທດ. ທ່ານນາຍົກລັດຖະມົນຕີ Shinzo Abe ໃຫ້ຄຳໝັ້ນສັນຍາຈະສະໜອງບ້ວງເງິນກູ້ຢືມໃໝ່ທີ່ມີມູນຄ່າເກືອບ 133 ລ້ານ USD ເພື່ອໜູນຊ່ວຍໃຫ້ 3 ໂຄງການພັດທະນາພື້ນຖານໂຄງລ່າງຢູ່ກຳປູເຈຍ. ນາຍົກລັດຖະມົນຕີທັງ 2 ທ່ານ ກໍ່ເຫັນດີເລີ່ມດຳເນີນການທາບທາມຄວາມເຫັນຕ່າງໆກ່ຽວກັບຂໍ້ຕົກລົງດ້ານການບິນ ເພື່ອແນໃສ່ເປີດສາຍການບິນໂດຍກົງ ແລະ ຊຸກຍູ້ການພົວພັນເສດຖະກິດ 2 ຝ່າຍ.