ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມບຳລຸງສ້າງ ຖັນແຖວພະນັກງານການນຳ
ທ່ານ ໂຕຮຸຍເຣືອ ຕ້ອນຮັບສາດສະດາຈານ Yosida Kozo
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 04/11, ຢູ່ສຳນັກງານສູນກາງພັກກອມມູນິດຫວຽດນາມ, ທ່ານ ໂຕຮຸຍເຣືອ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມມິດຕະພາບຫວຽດນາມ - ຍີ່ປຸ່ນ, ໄດ້ໃຫ້ການຕ້ອນຮັບຄະນະນັກຊ່ຽວຊານຂັ້ນສູງຍີ່ປຸ່ນ ໂດຍສາດສະດາຈານ Yosida Kozo, ຫົວໜ້າໃຫຍ່ບຸກຄະລາກອນແຫ່ງຊາດຍີ່ປຸ່ນ ນຳໜ້າ, ມາປະຕິບັດງານ ແລະ ສິດສອນຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ໂຕຮຸຍເຣືອ ປາດຖະໜາວ່າ, ຍີ່ປຸ່ນ ສືບຕໍ່ແບ່ງປັນບົດຮຽນ, ຮ່ວມມື, ໜູນຊ່ວຍ, ບັນດາໂຄງການຮ່ວມມືກັບຫວຽດນາມ ເວົ້າລວມ, ກັບສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ເວົ້າສະເພາະ, ເພື່ອແນໃສ່ປະກອບສ່ວນບຳລຸງສ້າງຖັນແຖວພະນັກງານໃຫ້ເໝາະສົມກັບຄວາມຕ້ອງການຕົວຈິງຂອງຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ. ສ່ວນສາດສະດາຈານ Yosida Kozo ຢືນຢັນວ່າ, ຍີ່ປຸ່ນ ຖືເປັນສຳຄັນການຮ່ວມມືກັບຫວຽດນາມ ໃນວຽກງານບຳລຸງສ້າງ, ແບ່ງປັນບົດຮຽນໃນການຍົກສູງກຳລັງຊີ້ນຳຄຸ້ມຄອງຂອງລັດຖະກອນ…